ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-07 19:10:48    
ສິ່ງ​ກໍ່​ສ້າງ​ວັດ​ທະ​ນະ​ທຳ​ບັນ​ເທີງ​ສ່ວນ​ຫຼາຍ​ຢູ່​ເຂດ​ລາ​ຊາ​ໄດ້​ເປີດ​ບໍ​ລິ​ການ​ຕໍ່​ປະ​ຊາ​ຊົນ​ຄືນ​ໃຫມ່​ຕາມໆ​ກັນ

cri
ຕາມ​ຂ່າວສານ​ຊິນ​ຮວາ:ຄຽງ​ຄູ່​ກັບ​ລະບຽບຮຽບຮ້ອງ​ຂອງ​ສັງຄົມ​ລາຊາ​ໄດ້​ຟື້ນ​ຟູ​ເປັນປົກກະຕິ​​ເທື່ອ​ລະ​ກ້າວ,ສິ່ງ​ກໍ່ສ້າງ​ວັດທະນະທຳ​ບັນ​ເທີ​ງ​ແລະອອກກຳລັງ​ກາຍສ່ວນ​ຫຼາຍທີ່​ຖືກ​​ປິດ​ຍ້ອນ​ເຫດການ​ຈະລາຈົນ 14 ​ມີນາ​​ໄດ້​ເປີດ​ບໍລິການຕໍ່​ປະຊາຊົນຄືນ​ໃຫມ່ຕາມໆ​ກັນ.

ວັນ​ທີ 6 ​ເມສາ​ແມ່ນ​ວັນ​ອາທິດ,​ເມື່ອນັກ​ຂ່າວ​​​ຍ່າງ​ໄປ​ສູ່​ຫໍພິພິດ ທະພັນ​ຕິ​ເບ​ດ,​ໄດ້​ເຫັນຈຳນວນຄົນ​ທີ່​ມາ​ທ່ຽວຊົມ​ໄດ້ຟື້ນ​ຟູ​​ເປັນ​ປົກກະຕິ​ເທື່ອ​ລະ​ກ້າວ.ຢູ່​ໃນ​ຫໍສະຫມຸດ​ລາຊາ,ຄົນ​ທັງຫຼາຍ​ໄດ້​ນັ່ງ​ຢູ່​ຂ້າງໂຕະຫນັງ ສື,ພວມ ອ່ານ​ປຶ້ມ​ຊະນິດ​ຕ່າງໆຢ່າງ​ມິດໆ.ຢູ່​ໃນ​ຫໍ​ອອກ ກຳລັງ​ກາຍ​​ແຫ່ງ​ຫນຶ່ງ​ທີ່​ມີ​ຊື່​ສຽງ​ຢູ່​​ເມືອງ​ລາຊາ,​ໃນ​ທ່າມກາງ​ສຽງ​ຮ້ອງ​ຂອງ​ຄູ​ເຝິກ,ຜູ່​ສາວກຸ່ມ​ຫນຶ່ງ​​ໄດ້ເລີ່​ມອອກກຳລັງ​ກາຍ.​ ​ຜູ່​ບ່າວ​ຈຳນວນ​ຫນຶ່ງທີ່​ແຂງ​ແຮງ​ພວມຍົກ​ເຄື່ອງຍົກ​ນ້ຳຫນັກ.​ເມື່ອ​ຕອນ​ຄ່ຳ​ມາ​ຮອດ,ນະຄອນ​ລາຊາ​ກໍ່​ໄດ້​ເລີ່​ມ​​ຊີວິດລາຕີທີ່​ອຸດົມ​ສົມບູນ​ໃນ​ເມື່ອ​ກ່ອນ.ຢູ່​ໃນ​ບາ​​ເຫຼົ້າ, ຊາວ​ຫນຸ່ມ​ຫຼາຍ​ຄົນ​ໄດ້​ດື່ມ​​ເບຍ​ຫມົດຈອກ​ຢ່າງສະບາຍ​ໃຈ,ດົນຕີອັນ​ອອນຊອນ​ກັບ​ສຽງ​ຍິ້ມ​ຂອງຜູ່​ບ່າວທັງຫຼາຍ​ຢູ່​ໃນ​ບາ​ເຫຼົ້າ​ໄດ້ປະສານ​ເຂົ້າກັນ