ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 12:06:31    
ຂ່າວ​ສານ​ຊີ​ນ​ຮວາ​ປະ​ກາດ​ບົດ​ວິຈານ​ທີ່​ພາດ​ຫົວ​ເລື່ອງ​ວ່າ ຄວາມ​ເຫັນ​ທີ່​ລຳອຽງ​ເຂົ້າ​ແທນ​ຄວາມ​ຈິງ​ບໍ່​ໄດ້

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 7 ​ເມສາ​ນີ້,ຂ່າວສານ​ຊີ​ນຮວາ​ໄດ້​ປະກາດ​ບົດ​ວິຈານ,ກ່າວໂຕ້​ຕອບຕໍ່​ມະຕິ​ທີ່​ນາງເພ​ໂລ​ຊີ ປະທານ​ສະພາ​ຕ່ຳອາ​ເມ​ລິ​ກາ​ແລະ​ສະມາຊິກ​ລັດຖະສະພາ​ຈຳນວນ​ໜ້ອຍ​ໄດ້​ສະ​ເໜີ​ອອກ​ໃນ​ຫວ່າງ​ມໍ່ໆ​ນີ້ທີ່​ຮຽກຮ້ອງ​ໃຫ້​ລັດຖະບານ​ຈີນ​ຢຸດຕິ​ການ​ປາບ​ປາມ​ຢູ່​ຕິ​ເບ​ດ,​ແລະ​ດຳ​ເນີນ​ການ​ເຈລະຈາ​ທີ່​ມີ​ລັກສະນະ​ທາດ​ແທ້​ກັບ​ດາ​ໄລລາ​ມະ.

ບົດ​ວິຈານ​ຂຽນ​ວ່າ,​ເຫດການ​ລາຊາ​​ແມ່ນ​ການ​ກະທຳ​ແບບ​ຫົວ​ຮຸນ​ແຮງຂອງ​ລັດທິ​ແບ່ງ​ແຍກ​ທີ່​ກຸ່ມ​ດາ​ໄລລາ​ມະ​ວາງ​ແຜນກໍ່​ຂຶ້ນ​ຢ່າງ​ຕັ້ງ​ໃຈ,ນີ້​ແມ່ນ​ຄວາມ​ຈິງ​ທີ່​ໂຕ້​ຖຽງ​ບໍ່​ໄດ້​ທີ່ປະຊາ​ຊົນ​ທ້ອງ​ຖິ່ນ​​ແລະ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໄດ້​​ເຫັບ​ກັບ​ຕາ​ແລ້ວ.ນາງເພ​ໂລ​ຊີ​ແລະ​ສະມາຊິກ​ສະພາຈຳ​ນວນ​ໜຶ່ງ​ບໍ່​ພຽງ​ແຕ່​ບໍ່​​ໄດ້ກ່າວ​ປະນາມ​ພວກກໍ່​ການ​ຈະລາຈົນ​ຢູ່​ລາຊາ,ບໍ່​​ໄດ້ກ່າວ​ປະນາມ​ກຸ່ມ​ດາ​ໄລລາ​ມະ​ທີ່ຢູ່​ເບື້ອງ​ຫຼັງວາງ​ແຜນ​ແລະ​ຈັດ​ຕັ້ງ​ເຫດການ​ອາດຊະຍາ​ກຳ​ຮຸນ​ແຮງ​​ເທື່ອ​ນີ້​ເທົ່າ​ນັ້ນ​,​ແຕ່​ຍັງໃຊ້​ຄວາມ​ກົດ​ດັນຕໍ່​ລັດຖະບານ​ແລະ​ປະຊາຊົນ​ຈີນ,ຖ້າແມ່ນ​ຜູ້​ທີ່​ຖື​ຄວາມ​ເປັນ​ທຳ​ກໍ່​ຈະ​ຖາມ​ວ່າ,ພວກ​ເຂົາ​ເຈົ້າ​ຮູ້​ອັນຖືກ​ອັນ​ຜິດ​ບໍ່?

ບົດ​ວິຈານ​ຂຽນ​ວ່າ,ນະ​ໂຍບາຍ​ຂອງລັດຖະ​ບານ​ຈີນທີ່​ມີ​ຕໍ່​ດາ​ໄລລາ​ມະ​ແມ່ນ​ຈະແຈ້ງ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.ຂໍ​ແຕ່ດາ​ໄລລາ​ມະ​ປະລະ​ເຈດ​ຈຳນົງ​ທີ່​ໃຫ້​ຕິ​ເບ​ດ​ເປັນ​ເອກະ​ລາດ​ຢ່າງ​ແທ້​ຈິງ,ຢຸດຕິ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ,ຮັບຮອງ​ຕິ​ເບ​ດ​ແລະ​ໄຕ້​ຫວັນ​ແມ່ນ​ດິນ​ແດນສ່ວນ​ໜຶ່ງ​ຂອງ​ຈີນ​ທີ່​ຕັດ​ແຍກບໍ່​ໄດ້​ແລ້ວ,ລັດ​ຖະບານ​ຈີນກໍ່​ຍິນ​ດີ​ສືບ​ຕໍ່​ເຈລະຈາ​ກັບ​​ເພິ່ນ.​ແຕ່​ວ່າ,ລັດຖະບານ​ຈີນ​ຈະ​ບໍ່​ຍອມ​ຈຳນົນ​ຕໍ່​ຄວາມ​ກົດ​ດັນ​ພາຍ​ນອກ​ໃດໆ​ຢ່າງ​ເດັດຂາດ.ກົນອຸບາຍ​ໃດໆ​ທີ່​ຢາກ​ເຮັດ​ໃຫ້​ລັດຖະບານ​ຈີນ​ຜ່ອນ​ສັ້ນ​ຜັນ​ຍາວຕໍ່​ການ​ກະທຳ​ທີ່​ແບ່ງ​ແຍກ​ປະ​ເທດ​ຊາດ​ແລະ​ທຳລາຍ​ຄວາມ​ສາມັກຄີ​ຂອງ​ຊາດ​ນັ້ນ​ຈະ​ບໍ່​ໄດ້ຜົນ​ຫຍັງ​ຢ່າງ​​ແນ່​ນອນ.