ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 18:33:54    
ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຕີ​ໂຕ້​ຄຳ​ເວົ້າ​ຂອງ​ດາ​ໄລ​ລາ​ມະ​ທີ່​ວ່າ​ຍຶດ​ໝັ້ນ​ຍ່າງ​ຕາມ​"​ເສັ້ນ​ທາງ​ກາງ"

cri Author: MO
ຕາມ​ຂ່າວCRI:ວັນ​ທີ 8 ​ເມສາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ກ່າວ​ຕີ​ໂຕ້​ຄຳ​ເວົ້າຂອງ​ດາ​ໄລ​ລາ​ມະ​ທີ່​ກ່າວ​ໃນ"ບົດ​ແຈ້ງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດຕິ​ເບ​ດຊາບ"​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ​ບໍ່​ສະ​ແຫວ​ງຫາ"ຕິ​ເບ​ດ​​​ເປັນເອກະລາດ", ຫາກ​ແມ່ນ​ຍຶດໝັ້ນຫຼັກໝັ້ນທີ່​ວ່າ"​ເສັ້ນທາງ​ກາງ". ນາງ​ຈ່ຽງອີ​ກ່າວ​ວ່າ, ດາ​ໄລລາ​ມະ​ແມ່ນ​ຜູ້​ແທນ​​ໃຫຍ່ຂອງ​ລະບອບ​ຂ້າ​ທາດ​ກະສິກຳ​ທີ່​ໂຮມ​ການ​ເມືອງ​ກັບ​ສາສະໜາ​ເຂົ້າກັນ. ລະບອບ​ຂ້າ​ທາດ​ກະສິກຳ​ນີ້​ແມ່ນ​ລະບອບ​ຂ້າ​ທາດ​ທີ່​ມືດມົນ​ກວ່າ​ໝູ່​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ, ບໍ່​ມີ​ປະຊາທິປະ​ໄຕ, ​ເສລີພາບ,​ແລະ​ສິດທິ​ມະນຸດ​ບໍ່ວ່າ​ຮູບ​ການ​ໃດໆ, ມີ​ແຕ່​ອະພິສິດຂອງ​ເຈົ້າຂ້າ​ທາດ​ເທົ່າ​ນັ້ນ. "​ເສັ້ນທາງ​​ກາງ"ທີ່​ດາ​ໄລລາ​ມະ​ສະ​ແຫວງຫານັ້ນກໍ່​ແມ່ນ​ຢາກ​ຟື້ນ​ຟູ​ສະຫວັນ​​ໃນ​ເມື່ອ​ກ່ອນ​ຂອງ​​ເຂົາ, ນີ້​ຈະ​​ເຮັດ​ໃຫ້​ຂ້າ​ທາດ​ກະສິກຳ​ນັບ​ເປັນລ້ານ​ຄົນ​ທີ່​ໄດ້ຮັບ​ການ​ປົດ​ປ່ອຍ​ແລ້ວນັ້ນກັບ​ຄືນ​ສູ່​ຄອກ​ມືດມົນ.

ພ້ອມ​ກັນນັ້ນ, ນາງ​ຈ່ຽງອີ​ໄດ້​ກ່າວ​ຕີ​ໂຕ້​ຄຳ​ເວົ້າຂອງ​ດາ​ໄລລາ​ມະ​ທີ່​ວ່າ ​ເຂົາ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ຫຍັງ​ກັບ​ເຫດການ​ຈະ​ລາ​ຈົນທີ່​ລາຊາ. ນາງ​ກ່າວ​​ເນັ້ນວ່າ, ​ເລື່ອງ​ທີ່​ດາ​ໄລ​ລາ​ມະ​ເຮັດ​ໃນ​ຫວ່າງ​ມໍ່ໆ​ນີ້​ກໍ່​ແມ່ນ​ປຸກ​ປັ່ນ​​ແລະວາງ​ແຜນກໍ່​ເຫດການ​ຈະລາຈົນ​ທີ່ລາຊາ.