ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 18:49:16    
ທ່ານຣົກ​ເກ​ຄັດ​ຄ້ານ​ການ​ກະທຳ​ໃດໆ​ທີ່​ທຳ​ລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິມ​ປິກ

cri

ຕາມ​ຂ່າວCRI: ວັນ​ທີ8​ເມສາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIທີ່​ປັກ​ກິ່ງ,ທ່ານ​ຈາ​ຄຸ​ສ ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນກ່າ​ວວ່າ, ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນຄັດຄ້ານ​ການ​ກະທຳ​​ໃດໆ​ທີ່ທຳລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ໂອລິ​ມປິກ​, ບໍ່​ເຈດ​ຈຳນົງ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ກ່ຽວ​ພັນ​ກັບ​ການ​ເມືອງ.

ປັດຈຸບັນ,ທ່ານຣົກ​ເກ​ພວມ​ເຂົ້າ​ຮ່ວມ​ກອງປະຊຸມ​ຜູ່​ແທນ​ສະມາຄົມ​ໂອ​ລິ​ມປິກ​ສາກົນ​ຄັ້ງ​ທີ16​ຢູ່​ທີ່​ປັກ​ກິ່ງ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ຍັງ​ກ່າວ​ວ່າ,​​ໃນ​ຂະ​ບວນການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ7​ປີຜ່ານມາ​ນີ້,ລັດຖະບານ​ຈີນ​ໄດ້​ເຮັດ​ວຽກ​ຢ່າງ​ຫຼວງຫຼາຍ​ເພື່ອປັບປຸງ​ສິ່ງ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ, ​ໄດ້​ຮັບປະກັນ​ການສະ​ໜອງ​ສິ່ງ​ແວດ​ລ້ອມ​ການ​ແຂ່ງຂັນທີ່​ດີທີ່​ສຸດໃຫ້​ແກ່​ນັກ​ກິລາ​ປະ​ເທດ​ຕ່າງໆ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ.