ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 18:55:17    
CRI​ຈະ​ສະ​ຫນອງ​ການ​ບໍ​ລິ​ການ​ແປ​ພາ​ສາ​ໃຫ້​ແກ່​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ຕາມ​ຂ່າວCRI:ວັນ​ທີ 8 ​ເມສາ​ນີ້,ວິທະຍຸສາກົນ​ແຫ່ງ​ປະ​ເທດ​ຈີນ​ກັບ​ກອງ​ຕຳຫຼວດ​ເຂດຊີ່​ຈິງຊ່ານປັກ​ກິ່ງ​ໄດ້​ຮ່ວມ​ກັນ​ເລີ່​ມດຳ​ເນີນ​ກິດຈະກຳທີ່​ມີ​ຫົວ​ຂໍ້​ວ່າ ງານ​ກິລາ​ໂອ​ລິ​ມປິກ​ອັນປອດ​ໄພ ການ​ບໍລິການ​ດ້ານ​ຄົມມ​ະນາ​ຄົມ​ກ່ຽວ​ກັບ ວຽກ​ງານ​ຕໍ່ຕ່າງປະ​ເທດ.

ຕາມການຈັດ​ວາງ​ຂອງ​ກິດຈະກຳ, CRIຈະ​ສົ່ງ​ອາສາ​ສະຫມັກ,​ຈັດ​ຊຸດອົບຮົມພາ​ສາ​ອັງກິດ​ໃຫ້ຕຳຫຼວດ​ຄົມມະນາຄົມ​,​ແລະ​ສະຫນອງ​ການ​ບໍລິການ​ແປ​ພາສາ​ດ້ວຍຫຼາຍ​ພາສາອັນ​ຈຳ​ເປັນ​ໃຫ້​ແກ່​ຕຳຫຼວດ​ທີ່ຢູ່​ລາດຕະ​ເວນ​ໃນງານ​ກິລາ​ໂອ​ລິ​ມ ປິກ. ກ່ອນ​ຫນ້າ​ນີ້, CRIຍັງ​ໄດ້​ກ່າວ​ເຖິງ​ຂັ້ນ​ຕົກລົງ​ກັນ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ຈັດ​​ງານກິລາໂອ​ລິ​ມປິກ​ປັກ​ກິ່ງ​,ຈະສະ ຫນອງການ​ບໍລິການ​​​ແປ​ພາ​ສາ​ດ້ວຍຫຼາຍ​ພາສາ​ໃຫ້​ແກ່​ພາກສ່ວນ​ຕ່າງໆ​ເຊັ່ນ:ການ​ປະຊຸມ ຫໍ​ແລະ​ສະຫນາມກິລາ ການ​ບໍລິການ​​ດ້ານ​ນັກ​ກິລາ​​ເປັນ​ຕົ້ນ​ໃນ​ຍາມ​ງານ​ກິລາ​ໂອ​ລິ​ມປິກ.ຂ່າວ​ແຈ້ງວ່າ,​ຮອ​ດ​ເວລາ​ນັ້ນ, CRI ຈະ​ມີອາສາ​ສະຫມັກ​ດ້ານຫຼາຍ​ພາສາ​ເກືອບ​ຮ້ອຍຄົນ​​ເຂົ້າ​ຮ່ວມ​ການ​ບໍລິການ​ແປພາສາ​ໃນ​ງານ​ກິລາ​ໂອ​ລິ​ມປິກ