ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 20:05:25    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ບັນ​ລະ​ຍາຍ​ນະ​ໂຍ​ບາຍ​ຕ່າງໆ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ປະ​ຕິ​ບັດ​ຢູ່​ເຂດ​ຕິ​ເບດ

cri

ຕາມ​ຂ່າວCRI:ວັນ​ທີ 8 ​ເມສາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ ຄອນຫຼວງ​ປັກ​ກິ່ງ,ທ່ານ​ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ບັນ​ລະ​ຍາຍ​ນະ​ໂຍບາຍດ້ານ​ຕ່າງໆ​ຂອງ​ລັດຖະບານ​ຈີນ​ທີ່​ປະ​ຕິ​ບັດ​ຢູ່​ເຂດ​ຕິ​ເບດ.


ນາງ​ຈ່ຽງຢູກ່າວ​ວ່າ,ກ່ອນ​ອື່ນ, ລັດຖະບານ​ຈີນ​ປະຕິບັດ​ຢູ່​ເຂດ​ຕິ​ເບ​ດນັ້ນ​ແມ່ນ​ລະບອບເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ,ລະບອບ​ດັ່ງກ່າວ​ໄດ້​ຄ້ຳ​ປະ​ກັນ​ສິດ​ຜົນປະ​ໂຫຍ​ດພົນລະ​ເມືອງ​ຂອງ​ປະຊາຊົນ​ຕິ​ເບ​ດ​ໃນ​ດ້ານ​ຕ່າງໆຢ່າງ​ແຂງ​ແຮງ,ພ້ອມ​ກັນ​ນັ້ນ,​ເຂົາ​ເຈົ້າ​ຍັງດ້​ຊົມ​ໃຊ້​ສິດທິ​ພິ​ເສດ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໃນດ້ານ​ກົດຫມາຍ​ແລະ​ນະ​ໂຍບາຍ. ສອງ:ລັດຖະບານ​ຈີນ​ໃຊ້​ຢູ່​​ຕິ​ເບ​ດນັ້ນ​ແມ່ນ​ນະ​ໂຍບາຍ​ພິ​ເສດ​ທີ່​ທົ່ວ​ປະ​ເທດ​ຊ່ອຍ​ເຫຼືອຢູ່ເຂດຕິເບດ,ລັດ,ອົງການ​ປົກ ຄອງທ້ອງ​ຖິ່ນ​ທຸກ​ຂັ້ນ​ແລະພາກສ່ວນຕ່າງໆ​​ໄດ້​ຊ່ອຍ​​ເຫຼືອ​ການ​ພັດທະນາ​ຂອງ​ເຂດ​ຕິ​ເບ​ດຢ່າງ​ແຂງ​ແຮງ​ຈາກ​ດ້ານ​ຕ່າງໆ. ນະ​ໂຍບາຍ​ຂອງ​ລັດຖະ ບານ​ຈີນ​ປະຕິບັດ​ແມ່ນ​ນະ​ໂຍບາຍ​ທີ່​​ເຊື່ອ​ຖືສາສະຫນາ​ຢ່າງ​ເສ ລີຢູ່​ຕິ​ເບ​ດ,ການ​ເຄື່ອນ​ໄຫວ​ທາງສາສະຫນາ​ຕ່າງໆ​ໄດ້​ມີ​ການ​ຮັບປະກັນດ້ານກົດ ຫມາຍ​​ໃນ​ເຂດ​ຕິ​ເບ​ດຢ່າງ​ເຕັມທີ່,ສີ່:ລັດຖະບານ​ຈີນ​ປະຕິບັດ​ນະ​ໂຍບາຍ​ທີ່​ປົກ​ປ້ອງ ພັດທະນາ​ແລະ​ເຮັດ​ໃຫ້​ວັດທະນະທຳ​ຕິ​ເບ​ດຈະ​ເລີ​ນຮຸ່ງ​ເຮືອງຢູ່​ເຂດ​ຕິ​ເບ​ດ.