|
 |
(GMT+08:00)
2008-04-09 17:13:15
|
 |
ຈີນມີຄວາມໝັ້ນໃຈຮັບປະກັນການສົ່ງຕໍ່ທວນໄຟຢູ່ຕິເບດຢ່າງປອດໄພແລະສຳເລັດຜົນ
cri
Author: mo
ຕາມຂ່າວCRI:ວັນທີ 9 ເມສານີ້ຢູ່ທີ່ປັກກິ່ງ, ທ່ານຊ້ຽງປ່າພີງໂຊ້ ປະທານເຂດປົກຄອງຕົນເອງຕິເບດກ່າວວ່າ, ເຂດປົກຄອງຕົນເອງຕິເບດໄດ້ກະກຽມຢ່າງເຕັມສ່ວນແລະຈັດວາງຢ່າງລະອຽດເພື່ອການສົ່ງຕໍ່ທວນໄຟຂອງງານກິລາໂອລິມປິກຢູ່ເຂດຕິເບດ, ການສົ່ງຕໍ່ທວນໄຟຈະປອດໄພ ຈົບງາມແລະສຳເລັດຜົນແນ່ນອນ. ໃນກອງປະຊຸມຂ່າວທີ່ຫ້ອງການຂ່າວຂອງຄະນະລັດຖະບານຈີນຈັດຂຶ້ນ, ທ່ານຊ້ຽງປ່າພິງໂຊ້ກ່າວວ່າ, ໄຟສັກສິດຂອງງານກິລາໂອລິມປິກສົ່ງຕໍ່ຢູ່ເຂດຕິເບດແມ່ນກຽດສັກສີແລະໜ້າທີ່ຮັບຜິດຊອບຂອງປະຊາຊົນຕິເບດ, ປະຊາຊົນບັນດາເຜົ່າຂອງຕິເບດແມ່ນສະໜັບສະໜູນທີ່ສຸດຕໍ່ເລື່ອງນີ້. ຈີນມີຄວາມໝັ້ນໃຈຮັບປະກັນການສົ່ງຕໍ່ທວນໄຟຢູ່ຕິເບດຢ່າງປອດໄພແລະສຳເລັດຜົນ. ເຈົ້າໜ້າທີ່ເຜົ່າຕິເບດຜູ້ນີ້ຍັງແນະນຳວ່າ, ເຫດການຈະລາຈົນ 14 ມີນາທີ່ກຸ່ມດາໄລລາມະວາງແຜນນັ້ນໄດ້ສ້າງຄວາມເສຍຫາຍເກືອບ 300 ລ້ານຢວນ, ຮ້ານຄ້າທີ່ປະສົບຄວາມເສຍຫາຍນັ້ນມີເຖິງ 1300 ກວ່າແຫ່ງ.
|
|
|