ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-09 18:48:13    
ຈີນ​ຍິນ​ດີ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ເກຼັກ​ເພື່ອ​ຊອກ​ຫາ​​ເລື່ອງ​ຈິງ​ຂອງ​ເຫດ​ການ​ທີ່​ນັກ​ກິ​ລາ​ຍົກ​ນ້ຳ​ໜັກ​ຂອງ​ເກຼັກ​ກິນ​ຢາ​ຫ້າມ

cri Author: MO
ຕາມ​ຂ່າວ​CRI: ວັນ​ທີ 9 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ເກຼັກ​ເພື່ອຊອກ​ຫາ​​ເລື່ອງຈິງ​ຂອງ​ເຫດການທີ່​ນັກ​ກິລາ​ຍົກ​ນ້ຳໜັກ​ຂອງເກຼັກກິນ​ຢາ​ຫ້າມ.

ຫວ່າງ​ມໍ່ໆ​ນີ້, ສື່​ມວນ​ຊົນ​ເກຼັກ​ແຈ້ງ​ຂ່າວ​ວ່າ, ​ໃນ​​ເວລາ​ສະຫະພັນ​ຍົກ​ນ້ຳໜັກ​ສາກົນ​ກວດກາ​ຢາ​ກະຕຸກ​ຢ່າງ​ກະທັນຫັນ​ນັ້ນ, ນັກ​ກິລາ​ຍົກ​ນ້ຳໜັກ​ຂອງ​ເກຼັກ​ຖືກ​ກວດພົບ​ເປັນ​ເລກບວກ, ນີ້​ອາດ​ຈະ​ກ່ຽວ​ພັນ​ກັບ​ຢາ​ທີ່​ບໍລິສັດ​​​ວິທະຍາສາດ​ເຕັກນິກ​ຊີ​ວະ​ຊາດ​ຮຸ້ຍຢຸ້ຍຊຽງ​ໄຮ້​ສະໜອງ​ໃຫ້.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້, ນາງ​ຈ່ຽງຢູກ່າວ​ວ່າ, ລັດຖະບານ​ຈີນ​ຍຶດໝັ້ນ​ຫຼັກ​ໝັ້ນທີ່​ຄັດຄ້ານ​ຢາ​ກະຕຸກ​ປະສາດ​ຕະຫຼອດມາ, ປະຕິບັດ​ການ​ຄຸ້ມ​ຄອງ​ຢ່າງ​ເຂັ້ມງວດ​ແລະ​ຮັບຜິດຊອບ​ຕໍ່​ຢາ​ກະຕຸກ​ປະສາດ. ຝ່າຍ​ຈີນ​​ໃຫ້​ຄວາມ​ສຳຄັນຫຼາຍຕໍ່​ເຫ​ດການ​ດັ່ງກ່າວ, ຕາມ​ການ​ຊອກ​ຮູ້​ໃນ​ເບື້ອງ​ຕົ້ນ, ສະພາບ​ການບໍ່ຖືກ​ກັບ​ການ​ແຈ້ງ​ຂ່າວ​ຂອງ​ສື່​ມວນ​ຊົນ​ຕ່າງປະ​ເທດ. ຝ່າຍ​ຈີນ​ໄດ້​ສັ່ງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ລົງ​ເລິກ​ສຳຫຼວດ​ເຫດການ​ນີ້​ໃນ​ທັນທີ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ເກັຼກຢ່າງ​​ໃກ້ຊິດ​ເພື່ອ​ສຳຫຼວດ​ເລື່ອງ​ຈິງ​ຂອງ​ເຫດການ​ນີ້.