ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-09 19:16:20    
ຈີນ​ກາຍ​ເປັນ​ປະ​ເທດ​ທີ່​ຜະ​ລິດ​ຢາ​ວັດ​ຖຸ​ດິບ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 9 ​ເມສາ​ນີ້, ກະຊວງ​ການ​ຄ້າ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ປັດຈຸບັນ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ຜະລິດ​ຢາ​ວັດຖຸ​ດິບຫຼາຍກວ່າ​ໝູ່​ໃນ​ໂລກ, ປະລິມານ​ການ​ຜະລິດ​ຢາ​ວັດຖຸ​ດິບ​ປະ​ເພດ​ໃຫຍ່​ຕ່າງໆ​ເຊັ່ນວິຕາມິນC ​ແລະ​ເກືອ​ອຸດສາຫະກຳ​ເປ​ເນ​ຊີ​ລິນ​ເປັນຕົ້ນ,​ແລະຄວາມ​ສາມາດການ​ຜະລິດຢາ​ສຳ​ເລັດ​ຮູບເປັນ​ທີ 1 ​ໃນ​ໂລກ.

ໃນຫຼາຍປີ​ມາ​ນີ້, ສະ​ເລ່ຍ​ແລ້ວ, ອັດຕາ​ເຕີບ​ໂຕການ​ສົ່ງ​ອອກຜະລິດ​ຕະພັນ​ຮັກສາ​ສຸຂະພາບ​ແລະ​ຢາ​ຂອງ​ຈີນຫຼາຍກວ່າ 20%. ຕາມສະຖິຕິຂອງ​ອົງການ​ການ​ຄ້າ​ໂລກ​, ປີ 2007, ມູນ​ຄ່າ​ການ​ສົ່ງ​ອອກ​ຢາ​ຂອງຈີນ​ກວມ 2% ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຢາ​ຂອງ​ໂລກ, ການ​ສົ່ງ​ອອກ​ຢາ​ແລະຜະລິດ​ຕະພັນ​ຮັກສາ​ສຸຂະພາບ​ມີ​ກຳລັງ​ບົ່ມ​ຊ້ອນອັນ​ມະຫາສານ.