ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-10 11:02:02    
ໜັງສື​ພິມ​ເຢິນມິນ​ຢື້​ປ້າວ​ພິມ​ບົດ​ວິຈານ"ໜ້າ​ຕາ​ແທ້​ຈິງ​ຢູ່​ເບື້ອງ​ຫຼັງ​ໜ້າ​ກາກ​ໃຈດີ"

cri
ຕາມ​ຂ່າວCRI, ວັນ​ທີ10​ເມສາ​ນີ້, ໜັງ​ສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ໄດ້​ພິມ​ບົດ​ວິຈານ​ທີ່​ພາດ​ຫົວ​ເລື່ອງ​ວ່າ" ໜ້າ​ຕາ​ແທ້​ຈິງຢູ່​ເບື້ອງ​ຫຼັງໜ້າ​ກາກ​ໃຈດີ".

ບົດ​ວິຈານ​ຂຽນ​ວ່າ, ​ໃນ​ສາຍຕາ​ຄົນ​ສາກົນ​ຈຳ​ນວນ​ໜຶ່ງ, ດາ​ໄລລາ​ມະ​ແມ່ນ​ນັບຖື​ສັນຕິ​ພາບ​ແລະ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ, ​ໂດຍ​ສະ​ເພາະ​ແມ່ນພາຍ​ຫຼັງ​ກຸ່ມ​ດາ​ໄລລາ​ມະ​ໄດ້​ປອມ​ແປງ​ແລະ​ຕົບ​ແຕ່ງ​ຕົນ​ເອງ​ຢ່າງ​ຕັ້ງ​ໃຈ​ໃນຫຼາຍ​ສິບ​ປີມາ​ນີ້; ​ໃນ​ສາຍຕາ​ຂອງມວນ​ຊົນ​ທີ່​ເຊື່ອ​ຖື​ສາສະໜາ​ແຕ່​ບໍ່​ຮູ້​ຄວາມ​ຈິງ, ດາ​ໄລລາ​ມະ​ມີ​​ໃຈດີ​ໃຈ​ບຸນ, ​ໂດຍ​ສະ​ເພາະ​ແມ່ນຖາ​ນະ​ທີ່​ເປັນ​ຜູ້ນຳ​​ສາສະ​ໜາ​ຂອງ​ເຂົາ​ຍິ່ງ​ໄດ້​ຮັບ​ຄວາມ​ນັບຖື​ໄດ້​ງ່າຍ.

ບົດ​ວິຈານ​ຂຽນ​ວ່າ, ກຸ່ມ​ດາ​ໄລລາ​ມະ​ວາງ​ແຜນ​ແລະ​ປຸກ​ປັ່ນ​ກໍ່​ເຫດການ​ຈະລາ​ຈົນ​ຢູ່​ນະຄອນ​ລາ​ຊາ​ນຄັ້ງ​ນີ້, ​ເຮັດ​ໃຫ້​ປະຊາ​ຊົນ​ຜູ້​ບໍ່​ມີ​ຄວາມ​ຜິດ​ຫຍັງ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຫຼາຍ​ປານ​ນີ້, ​ເຜົາ​ຜານ​ແລະ​ທຳລາຍ​ຊັບ​ສິນ​ສາທາ​ລະ​ນະ​ແລະ​ຂອງ​ປະຊາ​ຊົນ​ຫຼາຍ​ປານ​ນີ້, ມັນ​ໄດ້​ທຳລາຍ​ລະ​ບຽບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ແລະ​ລະບຽບ​ການ​ສັງຄົມ​ຢ່າງ​ໜັກໜ່ວງ.

ບົດ​ວິຈານ​ຊີ້​ອອກ​ວ່າ, ບໍ່​ວ່າ​ແມ່ນ​ວາງ​ແຜນ​​ແລະ​ປຸກ​ປັ່ນ​ກໍ່​ເຫດການ​ຈະລາຈົນ, ຫຼື​ກ່າວ​ວ່າ"ຢາກ​ຕັ້ງເຂດ​ຕິ​ເບ​ດ​ໃຫຍ່", "ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ" ​ແລະ"​ເສັ້ນທາງ​ກາງ", ຈຸດປະສົງ​ແທ້​ຈິງ​ຂອງ​ດາ​ໄລລາ​ມະ​ມີ​ແຕ່​ອັນ​ດຽວ, ນີ້ກໍ​ຄືຢາກ​ແບ່ງ​ແຍກ​ຕິ​ເບດ​ເປັນ​ເອກະລາດ.