ການຕິດຕໍ່ແລະປຶກສາຫາລືບໍ່ມີຄວາມຄືບໜ້າແມ່ນຍ້ອນຝ່າຍດາໄລລາມະ
cri
ຕາມຂ່າວສານຊີນຮວາ, ວັນທີ9ເມສານີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານຊື່ຖາ ຮອງຫົວໜ້າຄະນະແນວໂຮມເອກະພາບສູນກາງພັກກອມມູນິດຈີນກ່າວວ່າ, ຝ່າຍດາໄລລາມະຕ້ອງຢຸດຕິການອາຊະຍາກຳດ້ວຍຄວາມຮຸນແຮງທັງໝົດ, ຢຸດການກະທຳທັງໝົດທີ່ລົບກວນແລະທຳຮ້າຍງານກິລາໂອລິມປິກປັກກິ່ງ, ຢຸດຕິທຸກການເຄື່ອນໄຫວທີ່ແບ່ງແຍກປະເທດຊາດ, ເພື່ອສ້າງເງື່ອນໄຂທີ່ຈຳເປັນໃຫ້ແກ່ການຕິດຕໍ່ແລະປຶກສາຫາລື.
ໃນກອງປະຊຸມຂ່າວທີ່ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນຈັດຂຶ້ນ, ທ່ານຊື່ຖາກ່າວວ່າ, ນະໂຍບາຍພື້ນຖານຂອງລັດຖະບານກາງຕໍ່ດາໄລລາມະແມ່ນ, ຖ້າດາໄລລາມະປະລະຫຼັກໝັ້ນທີ່ຕິເບດເປັນເອກະລາດ, ຢຸດຕິການແບ່ງແຍກປະເທດຊາດ, ຮັບຮອງຢ່າງເປີດເຜີຍວ່າເຂດຕິເບດແມ່ນພາກສ່ວນໜຶ່ງຂອງຈີນທີ່ຕັດແຍກບໍ່ໄດ້, ລັດຖະບານກາງເປີດປະຕູທີ່ສົນທະນາກັບດາໄລລາມະນັ້ນໂດຍຕະຫຼອດ.
ທ່ານຊື່ຖາກ່າວວ່າ, ການຕິດຕໍ່ແລະປຶກສາຫາລືບໍ່ໄດ້ຮັບຄວາມຄືບໜ້າ, ສາເຫດກົກຮາກທີ່ສຸດແມ່ນຍ້ອນຝ່າຍດາໄລລາມະບໍ່ມີຄວາມຈິງໃຈ. ພວກເຂົາບໍ່ໄດ້ປະລະຫຼັກໝັ້ນທີ່ໃຫ້ເຂດຕິເບດເປັນເອກະລາດ, ກໍ່ບໍ່ໄດ້ຢຸດຕິການເຄື່ອນໄຫວແບ່ງແຍກປະເທດຊາດ.
|
|