ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-10 18:35:30    
ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິມ​ປິກ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ສາ​ມາດ​ສຳ​ຜັດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​​ຄົນ​ປັກ​ກິ່ງ

cri Author: mo
ຕາມ​ຂ່າວ​CRI: ວັນ​ທີ 10 ​ເມສາ​ນີ້, ກົມ​ທ່ອງ​ທ່ຽວ​ນະຄອນ​ຫຼວງປັກ​ກິ່ງ​ໄດ້​ຈັດ​ລາຍການ​ທ່ອງ​ທ່ຽວ​ທີ່​ຊື່​ວ່າ"ຄອບຄົວ​​ງານ​​ໂອ​ລິ​ມປິກ", ຜ່ານ​ການ​ເຂົ້າຮ່ວມ​ລາຍການ​ດັ່ງກ່າວ, ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ສາມາດ​ພັກ​ຢູ່​​ໃນ​ຄອບຄົວ​ສາມັນ​ຊົນ​ປັກ​ກິ່ງ, ​ເພື່ອ​ສຳຜັດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປັກ​ກິ່ງ.

ຜູ້ຮັບຜິດຊອບ​ຂອງ​ກົມ​ທ່ອງ​ທ່ຽວ​ນະຄອນ​ຫຼວງປັກ​ກິ່ງ​ແນະນຳ​ວ່າ, ກົມ​ທ່ອງ​ທ່ຽວ​ນະຄອນຫຼວງ​ປັກ​ກິ່ງ​ຈະ​ຈັດຕັ້ງຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ໄປ​ກວດກາ, ກຳນົດ 1000 ຄອບຄົວ​ທີ່​ສອດຄ່ອງ​ກັບ​ມາດຕະຖານ​ຮັບ​ຕ້ອນ, ​ແລະ​ຈະ​ອົບຮົມ​ຄອບຄົວ​ດັ່ງກ່າວ, ຊ່ອຍ​ເຂົາ​ເຈົ້າ​ເຮັດ​ວຽກ​ຮັບ​ຕ້ອນ​ໃຫ້​ດີ.