ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 15:26:01    
ທ່ານ​ຫູ​ຈີນ​ທ່າວ​ແຍກ​ອອກ​ພົບ​ປະ​ກັບ​ທ່ານ​ມູຊາ​ຣັຟ ທ່ານ​ຮາ​ມັດ​ແລະ​ທ່ານ​ມາ​ຊີ​ໂມ​ຟ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 11 ​ເມສາ​ນີ້,ຢູ່​ເມືອງ​ຊ່ານ​ຢາ ​ແຂວງ​ໄຫ​ຫຼຳ​ຈີນ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ແຍກ​ອອກ​ພົບ​ປະ​ກັບ​ທ່ານ​​ເພີ​ເວັສ ມູຊາຣັຟ ປະທາ​ນາທິບໍດີ​ປາ​ກີ​ສະຖານ ທ່ານ​ຮາ​ມັດ ບີນ ຈາ​ຊິ​ມ ບີນ ຈາ​ເບີ ອານ​ທານີ ນາຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຕາ​ແລະ​ທ່ານ​ມາ​ຊີ​ໂມ​ຟ ນາຍົກລັດຖະມົນຕີກາຊັກ​ສະຖານ.

ໃນ​ການພົບ​ປະ,ທ່ານ​ມູຊາຣັຟກ່າວວ່າ,ຝ່າຍ​ປາ​ກີ​ສະຖານ​ເດັດດ່ຽວ​ຄັດຄ້ານຄວາມ​ເຈດຕະນາໃດໆ​ທີ່​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫັນ​ເປັນ​ບັນຫາການ​ເມືອງ​ແລະ​ການ​ກະທຳ​ທີ່​ທຳລາຍ​ງານ​ກິລາ​ໂອ​ລິ​ມປິກ.ປາ​ກີ​ສະຖານ​ຍຶດໝັ້ນ​ວ່າ,ຕິ​ເບ​ດ​ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ຈີນ​ທີ່​ຕັດ​ແຍກ​ບໍ່​ໄດ້,ປາ​ກີ​ສະຖານ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນການ​ໂຈມ​ຕີ​ອິດ​ທິກຳລັງ​ລັດທິກໍ່​ການ​ຮ້າຍ​ແລະ​ອິດ​ທິກຳລັງ​ຫົວ​ຮຸນ​ແຮງ.

ທ່ານ​ຮາ​ມັດ​ກ່າວ​ວ່າ,ກາ​ຕາ​ເດັດດ່ຽວ​ສະໜັບສະໜູນ​ຈີນ​​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​,​ເຊື່ອ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​​ເຕັມ​ເມັດ​ເຕັມ​ໜ່ວຍ.

ທ່ານ​ມາ​ຊີ​ໂມ​ຟກ່າວວ່າ,ກາ​ຊັກ​ສະຖານ​ຍິນ​ດີ​ພະຍາ​ຍາມ​ຮ່ວມ​ມື​ກັບ​ຈີນ​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ສຳ​ເລັດ​ຜົນ.ກາ​ຊັກ​ສະຖານ​ປະຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ,ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ ລັດທິ​ແບ່ງ​​ແຍກ​ແລະ​ລັດທິ​ຫົວ​ຮຸນ​​ແຮງ.​