ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 17:38:44    
ຈີນ​ບໍ່​ມີຫຼັກ​ຖານ​ແນ່​ນອນ​ດ້ານ​ພະ​ຍາດ​ລະ​ບາດ​ວິ​ທະ​ຍາ​ແລະ​ຊີ​ວະ​ສາດ​ທີ່​ເຊື້ອ​ໄຂ້​ຫວັດ​ສັດ​ປີກ​ຄົນ​ຕິດ​​ແປດ​​ຄົນ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 11 ​ເມສາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ປະຈຳ, ທ່ານ​ມາວ​ຊຸນ​ອ່ານ ​ໂຄສົກ​ກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ຢໍ້າວ່າ, ຈີນ​ບໍ່​ມີຫຼັກຖານ​ແນ່ນອນ​ດ້ານ​ພະຍາດ​ລະບາດ​ວິທະຍາແລະ​ຊີວະ​ສາດ​ທີ່​ເຊື້ອ​ໄຂ້ຫວັດ​ສັດ​ປີກ​ຄົນ​ຕິດ​​ແປດ​​ຄົນ.

ຫວ່າງ​ມໍ່ໆ​ນີ້, ຜູ້​ຊ່ຽວຊານ​ຈີນ​ໄດ້​ປະກາດ​ບົດ​ນິພົນ​ກ່ຽວ​ກັບ​ຄະດີ​ຕິດ​ເຊື້ອ​​ໄຂ້ຫວັດ​ສັດ​ປີກ​ລາຍ​ໜຶ່ງ​ຢູ່​ນະຄອນ​ນານ​ກິ່ງ​ຂອງ​ຈີນ​ໃນ​ເດືອນ​ທັນວາ​ປີ​ກາຍ​ນີ້, ​ອັນ​ໄດ້​ເຮັດ​ໃຫ້​ສື່​ມວນ​ຊົນ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ສົນ​ໃຈ​ນຳ. ທ່ານ​ມາວ​ຊຸນ​ອ່ານ​ກ່າວ​ຢໍ້າວ່າ, ໄຂ້​ຫວັດ​ສັດ​ປີກ​ລາຍ​ນີ້​​ເຖິງ​ຈະ​ແມ່ນ​ພະ​ຍາດ​ລະບາດ​ແບບ​ຄອບຄົວ, ​ແຕ່​ເຊື້ອ​ພະຍາດ​ທີ່​​​ແຍກຕົວ​ຈາກ​ຄົນ​ເຈັບ​ສອງ​ຄົນ​ນັ້ນລ້ວນ​ແຕ່​ແມ່ນ​ມາ​ຈາກ​ສັດ​ປີກ.

ເດືອນ​ທັນວາ​ປີ​ກາຍ​ນີ້, ນະຄອນ​ນານ​ກິ່ງ​ຈີນ​ໄດ້​ເກີດ​ມີ​ໄຂ້ຫວັດ​ສັດ​ປີກ​ລາຍ​ໜຶ່ງ, ພໍ່​ລູກ​ສອງ​ຄົນ​​ໃນ​ຄອບຄົວ​ໜຶ່ງ​ຕິດ​ເຊື້ອ​ໄຂ້ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮງ​ຢ່າງ​ຕໍ່​ເນື່ອງ​ກັນ.