ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-11 19:51:34    
ວັດ​ຖຸ​ບຸ​ຮານ​ເປັນ​ຫຼັກ​ຖານ​ທີ່​​ແຂງ​ແຮງ​ທີ່​ສະ​ແດງ​ໃຫ້​ເຫັນ​ດາ​ໄລລາ​ມະ​ຫຼົບ​ລິ້ນ​ປິ້ນ​ຄວາມ​ແລະ​ຝ່າ​ຝືນ​ຄຳ​ຫມັ້ນ​ສັນ​ຍາ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 11 ​ເມສາ​ນີ້,​ໃນ​ເວລທ່ານ​ເມີນ​ຟາ​ຢຽນຫົວຫນ້າ ຫໍພິພິດທະພັນຂອງ​ວັງ​ວັດ​ທະນະ​ທຳ​ຊົນ​ເຜົ່າ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ນັ້ນ,ທ່ານ​ກ່າວ​ວ່າ,​ ວັດຖຸ​ບຸ​ຮານ​ເປັນ​ຫຼັກ​ຖານ​ທີ່​​ແຂງ​ແຮງ​ທີ່​ສະ​ແດງ​ໃຫ້​ເຫັນດາ​ໄລລາ​ມະຫຼົບ​ລິ້ນ​ປິ້ນຄວາມ​ແລະ​ຝ່າຝືນ​ຄຳ​ຫມັ້ນ​ສັນ​ຍາ


ທ່ານ​ເມີນ​ຟາ​ຢຽນ​ກ່າວ​ວ່າ,ວັງ​ວັດທະນະທຳ​ຊົນ​ເຜົ່າ​ໄດ້​ເກັບ​ໂຮມ​ຂອງ​ຂວັນ​ 300 ກວ່າ​ອັນ​ທີ່​ດາ​ໄລລາ​ມະ​ອົງ​ທີ 14 ມອບ​ໃຫ້​ລັດຖະບານ​ກາງ​ແລະ​ຜູ່​ນຳ​ຂອງຈີນ,​ໃນ​ນັ້ນ,ຕົວ​ຫນັງສື​ແລະ​ຮູບ​ແຕ້ມ​ຂອງ​ຂອງຂວັນ​ຈຳນວນ​ຫນຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ດາ​ໄລ​ລາ​ມະ​ອົງ​ທີ 14​ໄວ້ວາງ​ໃຈ​ຕໍ່​ນະ​ໂຍ​ບາຍ​ຊົນ​ເຜົ່າ​ຂອງ​ຈີນ​ໃນ​ເວລາ​ນັ້ນ,​ແລະ​ຊົມ​ເຊີຍ​ນຳ​ຜົນງານ​ທີ່ກອງ​ທະຫານ​ແລະຜູ່​ປະຕິບັດ​ງານທີ່​ປະຈຳ​ຢູ່​ເຂດ​ຕິ​ເບ​ດ​ໄດ້​ຮັບ​​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ​.

ທ່ານ​ເມີນ​ຟາ​ຢຽນກ່າວ​ວ່າ,ຫຼັງ​ຈາກ​​ດາ​ໄລລາ​ມະ​ອົງ​ທີ 14 ​ໄດ້​ປົບຫນີ​ໄປຕ່າງປະ​ເທດ​​​ໃນ​ປີ 1959 ​ແລ້ວ,​ໄດ້ຝ່າຝືນ​ຫຼັກ​ຫມັ້ນ​ຂອງ​ເຂົາ​ໃນ​ເມື່ອ​ກ່ອນ,​ໃຕ້​ການ​ສະຫນັບສະຫນູນ​ຂອງ​ອິດ​ທິກຳລັງ​ສ່ວນ​ຫນຶ່ງ​ຢູ່​ຕ່າງປະ​ເທດ,ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​​ແບ່ງແຍ​ກປະ​ເທດ​ຊາດ,ຂອງຂວັນ​ຂອງ​ທີ່​ດາ​ໄລລາ​ມະ ມອບ​ໃຫ້​ລັດຖະບານ​ກາງ​ແລະ​ຜູ່​ນຳ​ລັດ​ໃນ​ໄລຍະ​ຕົ້ນ​ທີ່​ປະ​ເທດ​ຈີນ​ໃຫມ່​ສ້າງ​ຕັ້ງ​ຂຶ້ນ​ນັ້ນ​ໄດ້​​ເປັນພິຍານ​ການ​ປ່ຽນ​ແປງ​ຂອງ​​ດາ​ໄລລາ​ມະ​ທີ່ຫຼົບ​ລິ້ນ​ປິ້ນ ຄວາມ​ແລະ​ຝ່າຝືນ​ຄຳ​ຫມັ້ນ​ສັນ​ຍາ