ຕາມຂ່າວCRI: ວັນທີ 11 ເມສານີ້, ຂ່າວສານຊິນຮວາປະກາດບົດວິຈານຊີ້ອອກວ່າ, ພາຍຫຼັງເຫດການຈະລາຈົນທີ່ລາຊາເກີດຂຶ້ນ, ດາໄລລາມະເປີດປ່າວຄວາມຂີ້ຕົວະແລະປິດບັງຄວາມຈິງ. ພາຍຫຼັງຄວາມຂີ້ຕົວະຕ່າງໆຖືກເຜີຍແບແລ້ວ, ດາໄລລາມະຍັງຄົງຂີ້ຕົວະຄືເກົ່າ.
ຫວ່າງມໍ່ໆນີ້, ດາໄລລາມະໄດ້ຖື"ບັນລະຍາຍວິຊາ"ການເປັນຂໍ້ອ້າງໄປທ່ຽງບາງປະເທດ. ວັນທີ 10 ເມສານີ້, ລາວໄດ້ຈັດງານຖະແຫຼງຂ່າວຢູ່ຍີ່ປຸ່ນວ່າ, "ລາວບໍ່ຄັດຄ້ານຈີນ",ຕົນເອງສະໜັບສະໜູນປັກກິ່ງຈັດງານກິລາໂອລິມປິກຕັ້ງແຕ່ຕົ້ນ.
ບົດວິຈານຊີ້ອອກວ່າ, ພວກ" ຕິເບດເປັນເອກະລາດ"ທີ່ດາໄລລາມະເປັ້ນຜູ້ບົ່ງການນັ້ນ, ຕັ້ງແຕ່ຕົ້ນກໍເຈຕະນາທຳລາຍງານກິລາໂອລິມປິກແລະລົດກວນການສົ່ງຕໍ່ທວນໄຟໃນທົ່ວໂລກ, ລາວກໍ່ແມ່ນ"ສະໜັບສະໜູນ"ງານກິລາໂອລິມປິກປັກກິ່ງດ້ວຍວິທີທຸບຕີແລະຍາດຊິງທວນໄຟໂອລິມປິກບໍ່?
|