ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-12 18:47:58    
ນາຍົກ​ສີງກະ​ໂປ​ກ່າວ​ວ່າ, ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເປັນ​ປັດ​ໃຈ​ສຳ​ຄັນ​ທີ່​ເສດ​ຖະ​ກິດ​ຈີນ​ຈະ​ເລີນ​ຂຶ້ນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 11 ​ເມສາ​ນີ້, ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ​ກ່າວ​ວ່າ, ລະດັບ​ວິທະຍາສາດ​ເຕັກນິກ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ໄດ້​ກາຍ​ເປັນ​ປັດ​ໃຈ​ສຳຄັນ​ທີ່​ເສດຖະກິດ​ຈີນ​ຈະ​ເລີ​ນ​ຂຶ້ນ.

ທ່ານ​ລີ​ຊຽນລົງກ່າວ​ວ່າ, ປັດຈຸບັນ, ຈີນ​ບໍ່​ພຽງ​ແຕ່​​ໄດ້ເພີ່ມ​ທະວີ​ອຸດສາຫະກິດ​ລະດັບຕ່ຳ​ທໍ່​ນັ້ນ, ​ໃນ​ຂົງ​ເຂດ​ໄຮ​ເຕັກ​ກໍ່​ໄດ້​ກ້າວໜ້າ​ຢ່າງ​ວ່ອງ​ໄວ. ຄົນ​ທັງຫຼາຍ​ໄດ້​ເຫັນວ່າ, ບໍລິສັດ​ໄຮ​ເຕັກ​ທີ່​ໄດ້​ເຕີບ​ໂຕ​ຢູ່​ພາຍ​ໃນ​ຂອງ​ຈີນ​ເຊັ່ນ​ບໍລິສັດ​ຮວາ​ເວີຍ​ແລະ​ບໍລິສັດ​ເລ​ໂນ​ໂວ​ເປັນຕົ້ນ​ ​ເມື່ອ​ມີ​ຖານະ​ໜັກ​ແໜ້ນ​ໃນ​ຕະຫຼາດພາຍ​​ໃນ​ປະ​ເທດ​ຈີນ​ແລ້ວ, ກໍ່​ໄດ້​ເລີ່​ມພັດທະນາ​​ໄປ​ສູ່​ຕ່າງປະ​ເທດ, ດຳ​ເນີນ​ການ​ແຂ່ງຂັນ​ກັບ​ບໍລິສັດ​ຕ່າງປະ​ເທດ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ຊັບພະຍາ​ກອນ​ມະນຸດ​ຂອງ​ຈີນ​ກໍ່​ອຸດົມ​ສົມບູນຫຼາຍ, ປັດຈຸບັນ, ບໍລິສັດ​ຂ້າມ​ຊາດ​ບໍ່​ພຽງ​ແຕ່​ສ້າງ​ໂຮງງານ​ຜະລິດ​ຢູ່​ຈີນທໍ່​ນັ້ນ, ພ້ອມ​ກັນນັ້ນ ກໍ່ສ້າງ​ສູນ​ຄົ້ນຄວ້າ​ພັດທະນາ, ​ເພື່ອ​ນຳ​ໃຊ້​ວິ​ສະ​ວະ​ກອນ​ຈີນ​ທີ່​ມີ​ຄວາມ​ສາມາດ​ສູງ.