ຕາມຂ່າວສານຊິນຮວາ: ວັນທີ 12 ເມສານີ້, ຜູ້ຮັບຜິດຊອບຂອງກຳມາທິການວຽກງານການຕ່າງປະເທດສະພາປະຊາຊົນແຫ່ງຊາດຈີນໄດ້ໃຫ້ສຳພາດ, ສະແດງຄວາມຄຽດແຄ້ນຢ່າງຮຸນແຮງແລະຄັດຄ້ານຢ່າງເດັດດ່ຽວຕໍ່ສະພາຕ່ຳອາເມລິກາຮັບຮອງມະຕິຕໍ່ຕ້ານຈີນກ່ຽວກັບເຂດຕິເບດແລະສະພາເອີລົບຮັບຮອງມະຕິກ່ຽວກັບເຂດຕິເບດ.
ຜູ້ຮັບຜິດຊອບຜູ້ນີ້ກ່າວວ່າ, ມະຕິຂອງສະພາຕ່ຳອາເມລິກາບໍ່ເອົາຫົວຊານຳຄວາມຈິງ, ແລະບໍ່ພິຈາລະນາການພົວພັນລະຫວ່າງຈີນກັບອາເມລິກາ, ຕິຕຽນຢ່າງບໍ່ມີເຫດປົນຕໍ່ອົງການປົກຄອງເຂດປົກຄອງຕົນເອງຕິເບດຈີນຊຳລະແກ້ໄຂເຫດການຈະລາຈົນລາຊາຕາມກົດໝາຍ, ແຊກແຊວງວຽກງານພາຍໃນຂອງຈີນຢ່າງຮ້າຍແຮງແລະໄດ້ແຕະຕ້ອງຈິດໃຈຂອງປະຊາຊົນຈີນຢ່າງໜັກໜ່ວງ. ເຕືອນໃຫ້ສະມາຊິກສະພາທີ່ກ່ຽວຂ້ອງຈົ່ງເຄົາລົບຄວາມຈິງ, ເຄົາລົບຫຼັກມາດຖານການພົວພັນສາກົນ, ຢຸດຕິການກະທຳແລະຄວາມເວົ້າຜິດພາດທີ່ແຊກແຊງວຽກງານພາຍໃນຂອງຈີນ, ແຕະຕ້ອງຈິດໃຈຂອງປະຊາຊົນຈີນແລະທຳລາຍການພົວພັນລະຫວ່າງຈີນກັບອາເມລິກາ.
ທ່ານກ່າວວ່າ, ມະຕິຂອງສະພາເອີລົບເອົາງານກິລາໂອລິມປິກຫັນເປັນການເມືອງ, ບໍ່ພຽງແຕ່ໄດ້ແຊກແຊງວຽກງານພາຍໃນຂອງຈີນ, ແລະກໍໄດ້ລະເມີດ"ກົດບັດໂອລິມປິກ"ນຳອີກ. ຝ່າຍຈີນທວງໃຫ້ສະພາເອີລົບຖືການພົວພັນລະຫວ່າງຈີນກັບເອີລົບເປັນສຳຄັນ, ເຄົາລົບຄວາມຈິງ, ຢ່າສົ່ງສັນຍານຜິດພາດໃຫ້ກຸ່ມດາໄລລາມະ, ຢ່າສະໜັບສະໜູນການຕ້ອງໂທດດ້ວຍກຳລັງຮຸນແຮງຂອງພວກແຍກຕິເບດເປັນເອກະລາດ.
|