ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-14 10:12:34    
ຊາວກະສິກອນ​ຕິ​ເບ​ດມີ​ແຫຼ່ງລາຍ​ໄດ້​ຫຼາຍ​ຂຶ້ນ

cri
ຕາມ​ຂ່າວສານ​ຊີ​ນຮວາ, ​ໃນ​ຫຼາຍ​ປີ​ມາ​ນີ້, ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ອອກ​ແຮງ​ພັດທະນາ​ເສດຖະກິດ​ກະສິກຳ​, ຕັ້ງໜ້າຈັດ​ຕັ້ງການ​ສົ່ງ​ອອກ​ແຮງ​ງານ, ພ້ອມ​ກັນ​ນັ້ນ, ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເຊິ່ງລວມທັງ​ທາງ​ລົດ​ໄຟ​ຊິ່ງ​ໄຫ​ຕິ​ເບ​ດກໍ່​ເພີ່ມ​ຂຶ້ນ, ອັນ​ໄດ້ຊຸກ​ຍູ້​ໂຄງ​ປະກອບ​ລາຍ​ໄດ້​ຂອງ​ຊາວ​ກ​ະສິກ​ອນມີ​ການ​ປ່ຽນ​ແປງຢ່າງ​​ໃຫຍ່​ຫຼວງ, ​ແຫຼ່ງລາຍ​ໄດ້​ມີຫຼາຍ​ເຄົ້າ.

ຫຼັງ​ຈາກ​ທາງ​ລົດ​ໄຟ​ຊິ່ງ​ໄຫ​ຕິ​ເບ​ດ​​ເປີດ​ການ​ບໍລິກາ​ນມາ​ນີ້, ຊາວ​ກະສິກອນ​​ໄດ້​ເຫັນ​ໂອກາດ​ການ​ຄ້າ, ພາກັນ​ຫາ​ລາຍ​ໄດ້​ຈາກ​ການ​ທ່ອງ​ທ່ຽວ. ຕາມ​ສະຖິຕິ​ຂອງ​ພະ​ແນກ​ການທ່ອງ​ທ່ຽວ​ເຂດ​ຕິ​ເບດ, ປີ2007, ຕິ​ເບ​ດ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​4ລ້ານ​2​ໝື່ນ​ເທື່ອ​ຄົນ, ຊາວ​ກະສິກອນທີ່​ເຂົ້າ​ຮ່ວມ​ການ​ທຸລະ​ກິດ​ທ່ອງ​ທ່ຽວ​ມີ3​ໝື່ນ4​ພັນ​ກວ່າ​ຄົນ.

ລາຍ​ໄດ້​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຊາວ​ກະສິກອນ​​ຂອງ​ເຂດ​ຕິ​ເບ​ດ​ໄດ້​ຮັກສາ​ອັດຕາ​ເຕີບ​ໂຕ​ຫຼາຍ​ວ່າ10% 5ປີ​ລຽນຕິດ, ​ໄດ້​ສະໜອງ​ການ​ຮັບປະກັນ​​ໃຫ້​ແກ່​ການ​ຍົກ​ສູງ​ລະດັບ​ບໍລິ​ໂພ​ກ, ​ໂຄງ​ປະກອບ​ບໍລິ​ໂພ​ກຂອງ​ຊາວ​ກະສິກອນ​ກໍ່​ໄດ້​ປ່ຽນ​ຈາກ​ການ​ບໍລິ​ໂພ​ກ​ແບບ​ດຳລົງ​ຄົງ​ຕົວກາຍ​ມາ​ເປັນ​ການ​ບໍລິ​ໂພ​ກ​ແບບ​ພັດທະນາຢ່າງ​ມີຄວາມສຸກ.