ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-14 18:06:20    
ເຂດ​ຕິ​ເບ​ດ​ວາງ​ນະ​ໂຍບາຍ​ພິ​ເສດ​ເພື່ອ​ຊ່ອຍ​ເຫຼືອ​ຜູ້​ດຳ​ເນີນ​ທຸ​ລະ​ກິດ​ທີ່​ປະ​ສົບ​ຄວາມ​ເສຍ​ຫາຍ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ທຸລະ​ກິດ

cri
ຕາມ​ຂ່າວສານ​ຊີ​ນຮວາ, ຫວ່າງ​ມໍ່ໆ​ນີ້, ​ເຂດ​ປົກຄອງຕົນ​ເອງ​ຕິ​ເບ​ດ​ໄດ້​ວາງ​ນະ​ໂຍບາ​ຍພິ​ເສ​ດຫຼາຍ​ສະບັບ, ​ເພື່ອຊ່ອຍ​ເຫຼືອ​ຜູ້​ດຳ​ເນີນ​ທຸລະ​ກິດ​ທີ່​ປະສົບ​ຄວາມ​ເສຍ​ຫາຍ​ໃນ​ເຫດການ" 14ມີນາ", ຊຸກ​ຍູ້​ການ​ຟື້ນ​ຟູ​ການ​ຜະລິດ​ແລະ​ທຸລະ​ກິດ​ຂອງ​ເຂົາ​ເຈົ້າ.

ນະ​ໂຍບາຍ​ພິ​ເສດ​ເຫຼົ່າ​ນີ້​ມີ: ​ພາຍ​ໃນ2ປີແຕ່​ວັນ​ທີ1ມີນາ​ປີ2008​ເປັນ​ຕົ້ນ​ໄປ​, ຍົກ​ເວັ້ນ​ອາກອນ​ທຸລະ​ກິດ​ແລະ​ລາຍ​ໄດ້​​ຂອງ​ຜູ້​ດຳ​ເນີນ​ທຸລະ​ກິດ​ທີ່​ປະສົບ​ຄວາມ​ເສຍ​ຫາຍ; ຫຼຸດ​ອາກອນ​ລາຍ​ໄດ້​ເຄິ່ງ​ໜຶ່ງ​ຂອງຜູ້​ຂັບ​ລົດ​ແທກ​ຊີ​​ໃນເມືອງ​ລາຊາ.

ສຳລັບ​​ເຈົ້າ​ຂອງ​ຮ້ານ​ແລະ​ຜູ້​ຮັບຈ້າງ​ທີ່​ຖືກ​ບາດ​ເຈັບ​ໃນ​ເຫດການ" 14ມີນາ", ​ໃຫ້​ຄ່າ​ອຸດ​ໜູນ​ເຕັມ​ໂຄ​ຕາ​ຕາມ​ຄ່າ​ປິ່ນປົວ​ຕົວ​ຈິງ.

ສຳລັບ​ເຈົ້າ​ຂອງ​ຮ້ານ​ແລະ​ຜູ້​ຮັບຈ້າງ​ທີ່​ເຊົາ​ທຸລະ​ກິດ​ຍ້ອນ​ເຫດການ, ພາຍ​ໃນ​ໄລຍະ​ທີ່​ບໍ່​ໄດ້​ຟື້ນ​ຟູ​ການທຸລະ​ກິດ​ແລະ​ປະກອບ​ອາຊີບ​ຄືນ​​ໃໝ່​​ໃນ​ສອງ​ປີ​ຕໍ່​ໜ້າ​ນີ້, ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ​ຫວ່າງ​ງານ. ຜູ້​ບໍ່​ມີ​ຄ່າ​ຄອງ​ຊີບ​ຈະ​ໄດ້​ຮັບ​ຄ່າ​ອຸດ​ໜູນ​.

ນອກ​ນັ້ນ, ຫວ່າງ​ມໍ່ໆ​ນີ້, ພະ​ແນ​ກ​ສຶກສາ​ຂອງ​ເຂດ​ຕິ​ເບ​ດກໍ່​ໄດ້​ວາງ​ມາດ​ຕະການ​ເພື່ອ​ຊ່ອຍ​ເຫຼືອ​ນັກຮຽນ​ທີ່​ຄອບຄົວ​ປະສົບ​ຄວາມ​ເສຍ​ຫາຍ​ໃນ​ເຫດການ" 14ມີນາ".