ຕາມຂ່າວcri:ວັນທີ14 ເມສານີ້,ຢູ່ປັກກິ່ງ,ທ່ານນາງຈ່ຽງຢູ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຝ່າຍຈີນໄດ້ສະແດງຄວາມບໍ່ພໍໃຈຢ່າງຮຸນແຮງແລະຄັດຄ້ານຢ່າງເດັດດ່ຽວຕໍ່ສະພາສູງອາເມລິກາບໍ່ເອົາຫົວຊານຳການຕໍ່ວ່າຕໍ່ຂານຂອງຝ່າຍຈີນ,ຜ່ານມະຕິຕ້ານຈີນທີ່ກ່ຽວພັນເຖິງຕິເບດ,ເຂົ້າຂ້າງກຸ່ມດາໄລລາມະ,ແຊກແຊງວຽກງານພາຍໃນຂອງຈີນ.
ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ,ທ່ານນາງຈ່ຽງຢູກ່າວວ່າ,ຝ່າຍຈີນຮຽກຮ້ອງສະມາຊິກຂອງສະພາສູງບາງຄົນຂອງອາເມລິກາຈົ່ງຫັນແຈ້ງໜ້າຕາແທ້ຈິງຂອງດາໄລລາມະທີ່ລວມເສື້ອນອກແຫ່ງສາສະໜາ,ດຳເນີນການເຄື່ອນໄຫວແບ່ງແຍກຈີນ,ຮູ້ແຈ້ງທາດແທ້ຂອງກຸ່ມດາໄລລາມະທີ່ສົນທະນາປອມ,ເປັນປໍລະປັກແທ້,ເວົ້າສັນຕິພາບປອມ,ໃຊ້ກຳລັງຮຸນແຮງແທ້,ໂຄລົບຄວາມເປັນຈິງ,ປະລະຄວາມເຫັນລຳອຽງ,ຢຸດຕິການກະທຳທີ່ທຳລາຍຈິດໃຈອາລົມຂອງປະຊາຊົນຈີນແລະທຳລາຍການພົວພັນລະຫວ່າງຈີນກັບອາເມລິກາໃນທັນທີ.
|