ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-15 10:40:41    
ຜູ່​ຕາງ​ໜ້າ​ພິ​ເສດ​ຂອງ​ນາ​ຍົກ ລັດ​ຖະ​ມົນ​ຕີ​ການ​ເງິນ​ອັງ​ກິດ​ກ່າວ​ວ່າ,ອັງ​ກິດ​ຄັດ​ຄ້ານ​​ເຮັດ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ຫັນ​ເປັນ​ການ​ເມືອງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ14​ເມສາ​ນີ້​,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອະລິ​ສດາ ດາ​ລີງ ຜູ່​ຕາງໜ້າ​ພິ​ເສດ​ຂອງ​ນາຍົກລັດຖະ​ມົນຕີ​ ລັດຖະມົນຕີ​ກະຊວງ​ການ​ເງິນອັງກິດ​ທີ່​ມາ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ການ​ສົນທະນາ​ເສດ​ຖະກິດ​ການ​ເງິນ​ຈີນ-​ອັງກິດ​ເປັນ​ເທື່ອ​ທຳ​ອິດ​ນັ້ນກ່າວ​ວ່າ,ການຂວ້ຳ​ບາດ​ງານ​ກິລາ​ໂອ​ລິມປິກ​ແມ່ນ​ຄວາມຜິດພາດ​ທັງໝົດ, ຝ່າຍອັງກິດຄັດຄ້ານ​​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ຫັນ​ເປັນ​ການ​ເມືອງ. ທ່ານ​ກ່າວ​ວ່າ, ທ່ານ​ແບຼ ນາຍົກລັດຖະມົນຕີອັງກິດ​ຈະ​ເຂົ້າ​ຮ່ວມ​ພິທີ​ປິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຫວັງ​ວ່າ, ຈີນ​ຈົ່ງ​ສາມາດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ.

ທ່ານ​ດາ​ລີງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ຕ້າຍ​ປີງ​ກົວ ທີ່​ປຶກສາ​ແຫ່ງ​ລັດ​ຈີນ. ສອງ​ຝ່າຍ​ເປັນ​ເອກະສັນ​ເຫັນ​ວ່າ,ຈະ​ທຳ​ຄວາມ​ພະຍາ​ຍາມ​ຮ່ວມ​ກັນ,ຊຸ​ກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ລົງ​ເລິກ​ພັດທະນາ​ຕື່ມ​ອີກ.

ທ່ານ​ຕ້າຍ​ປີງ​ກົວ​​ໄດ້​ແນະນຳຄວາມ​ຈິງ​ຂອງເຫດການ​ຈະລາ​ຈົນດ້ວຍ​ຄວາມຮຸນ​ແຮງ​ ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ​ແລະ​ແຫ່ງ​ອື່ນໆ ພ້ອມທາດ​ແທ້​ຂອງ​ບັນຫາ​ດັ່ງກ່າວ, ທ່ານ​ໄດ້ບັນ​ລະ​ຍາຍ​ ຫຼັກ​ໝັ້ນ​ຫຼັກການຂອງ​ລັດຖະບານ​ຈີນ. ທ່ານ​ດາ​ລີງ​ກ່າວ​ວ່າ,ວຽກ​ງານ​ຕິ​ເບ​ດ​ແມ່ນວຽກ​ງານ​ພາຍ​ໃນ​ຂອງ​ຈີນ,ອັງກິດ​ຄັດຄ້ານ​ຄຳຮ​ຽກຮ້ອງ​ໃດໆ​ທີ່​ສະ​ແຫວ​ງຫາ​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ.