ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-15 19:08:54    
ລັດຖະມົນຕີ​​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ການ​ປ່ຽນ​ແປງ​ຂອງສະພາບ​ການ​ຄ້າຂາ​ອອກ​ຂອງ​ຈີນຢູ່ໃນ​ການ​ຄາດຄະ​ເນ​ມາ​ກ່ອນ

cri

ຕາມ​ຂ່າວcri:ວັນ​ທີ15 ​ເມສາ​ນີ້,ຢູ່​ເມືອງ​ກວາງ​ໂຈ່​ວ ທາງ​ພາກ​ໃຕ້​ຂອງ​ຈີນ,ທ່ານ​ເຊັນ​ເຕິ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນກ່າວ​ວ່າ,​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້,ການ​ປ່ຽນ​​ແປງ​ຂອງ​ການ​ຄ້າຂາ​ອອກ​ຂອງ​ຈີນ​ກຳ​ເນີ​ດຍ້ອນ​ຜົນ​ສະທ້ອນຂອງ​ປັດ​ໄຈ​ຕ່າງໆ​ຍັງ​ຢູ່​ໃນ​​ຂອບເຂດທີ່​ສົມ​ເຫດ​ສົມ​ຜົນ,ບໍ່​​ໄດ້ລື່ນ​ກາຍ​ການ​ຄາດຄະ​ເນ​ຂອງ​ກະຊວງ​ການ​ຄ້າ.

ທ່ານ​ເຊັນ​ເຕິ​ມິ​ງກ່າວ​ວ່າ,ຄວາມ​ບໍ່​ແນນ​ອນຂອງ​ຕະຫຼາດ​ສາກົນ​ຈະ​ກະທົບ​ກະ​ເທືອ​ນລາຄາ​ຕະຫຼາດໂລກ,ຍັງ​ຍ່ອມຈະ​ກະທົບ​ຕໍ່ຈີນ​ຢ່າງ​ຫຼວງ​ຫຼາຍ.ນອກ​ນີ້,ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ປ່ຽນ​ແປງ,ຈີນ​ໃຊ້ມາດ​ຕະການ​ສົ່ງ​ສິນຄ້າ​ຂາ​ອອກ​ໃຫ້​ໜ້ອຍ​ລົງ​ແລະ​ສົ່ງພາສີ​ຄືນ​ໃຫ້​ຫຼື​ເພີ່ມ​ພາສີຜ່ານ​ດ່ານ​ແລະ​ລາຍ​ໄດ້​ຂອງ​ຜູ່​ອອກ​ແຮງ​ງານ​ຍົກ​ສູງ​ຂຶ້ນ,ລ້ວນ​ແຕ່​​ໄດ້​ກະທົບ​ຕົ້ນ​ທຶນ​ຂອງ​ການ​ສົ່ງ​ອອກ.

ທ່ານ​ກ່າວ​ວ່າ,ກະຊວງ​ການ​ຄ້າ​ຈີນ​ຈະ​ເອົາ​ໃຈ​ໃສ່ນຳ​ການ​ປ່ຽນ​ແປງ​ຂອງ​ທ່ວງທ່າ​ສົ່ງ​ອອກ​ປ່ຽນ​ແປງ​ຢ່າງ​​ໃກ້ຊິດແລະ​ນຳ​​ໃຊ້​ມາດ​ຕະການ​ຮັບ​ມືຢ່າງ​ທັນ​ການ.