ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-16 15:08:34    
ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ​ຈີນ​ຍິນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ຢ່າງ​ຮອບ​ດ້ານ

cri
ຕາມ​ຂ່າວ cri:ວັນ​ທີ 16 ​ເມສາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈີນ​ທາວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັບ​ຍີ່​ປຸ່ນ​ເປີດ​ກວ້າງ​ການ​​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ,ຊຸກ​ຍູ້​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ຍີ່​ປຸ່ນ​ຢ່າງ​ຮອບ​ດ້ານ,ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນລຸ​ເປົ້າຫມາຍ​ທີ່ໃຫ້​ສອງ​ປະ​ເທດ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ດຳ​ເນີນ​ການຮ່ວມ​ມື​ກັນ​ທີ່​ຕ່າງ​ໄດ້​ຮັບ​ຜົນ​ແລະ​ພັດ​ທະ​ນາ​ພ້ອມ​ກັນ.

ທ່ານ​ຫູ​ຈີນ​ທາວ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ຄະນະ​ຜູ່​ແທນ​ພັກ​ກຳ​ອຳນາດ​ຍີ່​ປຸ່ນທີ່​ນຳ​ໂດຍທ່ານ​ອີ​ບູຄີ ບຸນ​​ເມ​ອີ ​ເລ​ຂາ​ທິ​ການ​ພັກ​ເສລີ​ປະ​ຊາ​ທິ​ປະ​ໄຕ​ແລະ​ທ່ານ​ຄີ​ຕາ​ກາ​ວາ ຄາ​ຈູ​ໂອ ​ເລ​ຂາ​ທິ​ການ​ພັກ​ໂຄ​ເມ​ອີ.ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ພັກ​ແລະ​ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ,ການ​ຂະຫຍາຍ​ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ຫມັ້ນທ່ຽງ​ຍາວ​ນານ ມີ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແມ່ນ​ທິດ​ທາງ​ທີ່​ຫມັ້ນຫນຽວ​ບໍ່​ປ່ຽ​ນ​ແປງຂອງ​ຈີນ.

ທ່ານ​ອີ​ບູຄີ ບຸນ​​ເມ​ອີ​ແລະ ທ່ານ​ຄີ​ຕາ​ກາ​ວາ ຄາ​ຈູ​ໂອກ່າວ​ວ່າ, ພັກ​ກຳ​ອຳນາດ​​ແລະ​ປະຊາຊົນ​ທຸກ​ຖ້ວນ​ຫນ້າ​ຂອງ​ຍີ່​ປຸ່ນຈະ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ຄວາມ​ຊີວິດ​ຊີວາ​ຫລາຍ​ກວ່າ​ເກົ່າ,​ເພື່ອ​ສ້າງ​ຄວາມສຸກ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ດີກ​ວ່າ​ເກົ່າ,ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ​ໃຫ້​ດີກ​ວ່າ​ເກົ່າ.