ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-16 18:37:58    
ໄຕ​ມາດທີ​ໜຶ່ງ​ປີ​ນີ້,GDPຂອງຈີນ​ເຕີບ​ໂຕ10,6%

cri

ຕາມ​ຂ່າວCRI:ວັນ​ທີ16 ​ເມສາ​ນີ້,ຢູ່​ປັກ​ກິ່ງ,ທ່ານຫຼີສຽວ​ຊ່າວ ​ໂຄສົກ​ຖະ​ແຫຼງຂ່າວ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເຜີຍ​ແຜ່​ວ່າ,​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້,GDPຈີນ​​ໄດ້​ບັນລຸເກືອບຮອດ6150ຕື້​ຢວນ,​​ເຕີບ​ໂຕ10,6%​ເມື່ອ​ທຽບ​ກັບໄລຍະ​ດຽວ​ກັນ​ຂອງປີ​ກາຍ​ນີ້,​ເຕີບ​ໂຕ​ຊ້າກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້1,1%.

ທ່ານຫຼີສຽວ​ຊ່າວ​ກ່າວ​ວ່າ,​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ,ຍ້ອນພາຍ​ໃນ​ປະ​ເທດປະສົບ​ພາຍຸຫິມະອັນ​ໜັກໜ່ວງ,ທາງສາກົນ,ວິ​ກິດ​ການ​ເງິນ​ກູ້​ດ້ອຍ​ຄຸນ​ນະພາ​ບອາ​ເມ​ລິ​ກາ​ແຜ່​ລາມຢ່າງບໍ່​ຢຸດ​ຢັ້ງ​ແລະ​ສະພາບ​ສັບສົນ​ກວ່າ​ເກົ່າ,ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຮັບ​ມືຢ່າງ​ຕັ້ງໜ້າ,​ເສດຖະກິດ​ແຫ່ງ​ຊາດ​ຈຶ່ງ​ໄດ້ຮັກສາ​ການ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວວ່ອງ​ໄວ.

ທ່ານຫຼີສຽວຊ່າວ​ຍັງ​​ເຜີຍ​​ໃຫ້​ຮູ້ວ່າ,​ໄຕມາດ​ທີ​ໜຶ່ງ​ປີ​ນີ້,ລະດັບ​ລາຄາ​ບໍລິ​​ໂພກລວມຂອງ​ໄທ​ເມືອງ​ຈີນ​ເພີ່ມ​ຂຶ້ນ8%,​ສູງ​ກວ່າໄລຍະ​ດຽວ​ກັນ​ຂອງປີ​ກາຍ​ນີ້5,3%.