ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-17 12:10:18    
ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ຜູ່​ຮັບ​ຜິດ​ຊອບ​ຂອງ​CNN​ປະ​ຈຳ​ປັກ​ກິ່ງ​ກ່ຽວ​ກັບ​ໂຄ​ສົກ​CNN​ກ່າວ​ຖ້ອຍ​ຄວາມ​ໂຈມ​ຕີ​ປະ​ຊາ​ຊົນ​ຈີນ

cri

ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຄ່ຳ​ວັນ​ທີ16​ເມສາ​ນີ້,ທ່ານ​ລິວ​ຈ້ຽນ​ຊາວ ຫົວ​ໜ້າ​ກົມ​ ຂ່າວ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຮຽກຜູ່​ຮັບ​ຜິດ​ຊອບ​ຂອງ​ບໍ​ລິ​ສັດ​CNN​ອາ​ເມ​ລິ​ກາ​ປະ​ຈຳ​ປັກ​ກິ່ງ​ເຂົ້າ​ພົບ,​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​​ເຄັ່ງຂຶມ​ກ່ຽວ​ກັບ​ເລື່ອງ​ທີ່​ແຈັກ​ແຄ​ເຟີ​ຕີ​ໂຄ​ສົກ​ຂອງ​CNN​ກ່າວ​ຖ້ອຍ​ຄວາມ​ໂຈມ​ຕີ​ປະຊາຊົນ​ຈີນ​ແບບ​ຊົ່ວ​ຮ້າຍ​ທີ່​ສຸດ.

ທ່ານ​ລິວ​ຈ້ຽນຊາວ ກ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້,​ແຄ​ເຟີ​ຕີ​ໂຄ​ສົກ​CNNກ່າວ​ຖ້ອຍ​ຄວມ​ໂຈມ​ຕີ​ປະ​ຊາ​ຊົນ​ຈີນ​ແບບ​ຊົ່ວ​ຮ້າຍ,​ເຊິ່ງ​ເຮັດ​ໃຫ້​ປະຊາຊົນ​ຈີນ​ຄຽດ​ແຄ້ນ​ຢ່າງ​ຮຸນ​ແຮງ.​ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ຖ້ອຍ​ຄວາມ​ເຫຼົ່າ​ນີ້​ແລ້ວ,​ແລະ​ຮຽກ​ຮ້ອງ​ຢ່າງ​ເຄັ່ງ​ຂຶມ​ໃຫ້CNN​ແລະ​ແຄ​ເຟີ​ຕີ​ຂໍ​ໂທດ​ຕໍ່​ປະ​ຊາ​ຊົນ​ຈີນ.

ທ່ານ​ລິວ​ຈ້ຽນຊາວ​ຊີ້​ອອກ​ວ່າ,​ໃນ​ຖະ​ແຫຼ​ງການ​ທີ່​ປະກາດໃນ​ວັນ​ທີ15​ເມສາ​ນີ້,​CNN​ບໍ່​ພຽງ​ແຕ່​ບໍ່​ມີ​ຄຳ​ຂໍ​ໂທດ​ຫຍັງ​ເລີຍ​ກ່ຽວ​ກັບ​ແຄ​ເຟີ​ຕີ​ຝ່າຝືນ​ຈັນ​ຍາ​ບັນ​ຂ່າວ​ຢ່າງ​ໜັກ​ໜ່ວງ,​ກ່າວ​ໂຈມ​ຕີ​ປະຊາຊົນ​ຈີນ​ແບບ​ຊົ່ວ​ຮ້າຍ​ເທົ່າ​ນັ້ນ,​ຫາກ​ຍັງ​ເລັງ​ປາຍ​ຫອກ​ໃສ່​ລັດ​ຖະ​ບານ​ຈີນ,​ສືບ​ຕໍ່​ຫຼອກ​ລວງ​ຫາງ​ສຽງ​ຂອງ​ໂລກ.ກົນ​ອຸບາຍ​ທີ່​ອັບ​ປະ​ຍົດ​ແນວ​ນີ້​ຫຼ​ອກ​ລວງ​ປະ​ຊາ​ຊົນ​ຈີນ​ບໍ່​ໄດ້,​ແລະ​ກໍ່ຈະ​ບໍ່​ສຳ​ເລັດ​ຜົນ​ໄດ້.

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ເນັ້ນ​ວ່າ,ຜູ່​ເຮັດ​ວຽກ​ການ​ຂ່າວ​ຄວນ​​ເຄົາລົບ​ຈັນ​ຍາ​ບັນ​ຂອງ​ຕົນ,​ເຂົາ​ເຈົ້າ​ບໍ່​ມີ​ສິດ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ດ່າ​ຜູ່​ອື່ນ​ແລະ​ລັດ​ຖະ​ບານ​ປ​ະ​ເທດ​ອື່ນ.​ການ​ກະ​ທຳ​ຂອງCNN​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ຝ່າຝືນ​ຫຼັກ​ການ​ທີ່​ເຂົາ​ປ່າວ​ວ່າ​ຄວນ​ລາຍ​ງານ​ຂ່າວ​ທີ່​ເປັນ​ຈິງ​ແລະ​ເປັນກາງ,​ແລະສູນເສຍ​ຫຼັກ​ມາດ​ຕະ​ຖານ​ດ້ານ​ຄຸນ​ສົມ​ບັດ.