ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-17 16:29:26    
ຈີນ​ມີ​ຄວາມ​ສາມາດ​ສ້າງ​ບັນຍາກາດ​ປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​ອັນ​ດີງາມ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ

cri

ຕາມ​ຂ່າວCRI: ວັນ​ທີ 17 ​ເມສາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢຸນຊິນ​ທ່ຽນ ​ໂຄສົກ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງຊາດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ສາມາດ​ໃນ​ການ​ສ້າງ​ບັນຍາກາດ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາອັນ​ດີງາມ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​, ທ່ານ​ຢຸນຊິນ​ທ່ຽນ​ກ່າວ​ວ່າ, ປັດຈຸບັນ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ບັດ ກົດໝາຍ​ວ່າ​ດ້ວຍ​ລິກຂະ​ສິດ​ແລະ​ກົດໝາຍ​ວ່າ​ດ້ວຍ​ກາ​ໝາຍ​ທີ່​ຈີນ​ປະຕິບັດ​ໃນ​ປັດຈຸບັນ​ລ້ວນ​ແຕ່​ໄດ້​ສະໜອງ​ບ່ອນ​ອີງ​ໃຫ້​ແກ່​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ. ນອກ​ນີ້, ພາກສ່ວນ​ທີ່​ກ່ຽວຂ້ອງ​ຍັງ​ໄດ້​ວາງ​​ຂໍ້​ກຳນົດ​ປົກ​ປ້ອງ​ສັນຍາ​ລັກ​ໂອ​ລິ​ມປິກ. ກົດໝາຍ​ແລະ​​ຂໍ້​ກຳນົດ​ດັ່ງກ່າວ​ໄດ້​ສ້າງ​ລະບົບ​ກົດໝາຍ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ສົມບູນສົມຄວນ.

​ໃນ​ຫຼາຍ​ປີ​ມາ​ນີ້, ຂະ​ແໜງ​ການ​ຄຸ້ມ​ຄອງ​ອຸດ​ສາ​ຫະກຳ​ການ​ຄ້າ​ຈີນ​ໄດ້​ເພີ່ມ​ການ​ສືບສວນ​ການ​ກະທຳ​ທີ່​ລ່ວງ​ລະ​ເມີດ​ເຄື່ອງໝາຍ​ໂອ​ລິ​ມປິກ. ປີ 2004 ຫາ​ປີ 2007, ຂະ​ແໜງການ​ຄຸ້ມ​ຄອງ​ອຸດສາຫະກຳ​ການ​ຄ້າຈີນ​ໄດ້​ສືບສວນ​ຄະດີ​ລັກສະນະ​ນີ້ 1300 ກວ່າ​ລາຍ, ມູນຄ່າ​ກ່ຽວ​ກັບ​ຄະດີມີ​ປະມານ 17 ລ້ານ​ຢວນ.