ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-17 16:49:53    
ເສດຖະກິດໃນ​ໄຕ​ມາດ​ທີ1ຂອງ​ປັກ​ກິ່ງ​ໂດຍ​ລວມ​ແລ້ວ​ແມ່ນ​ພັດ​ທະ​ນາ​ໄປ​​ໃນ​ທາງ​ທີ່​ດີ

cri Author: d
ຕາມ​ຂ່າວCRI: ວັນ​ທີ17​ເມສາ​ນີ້ ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ ນາງ​ອີ​ຊິ້ວສິນ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ກົມ​ສະຖິຕິນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ເສດຖະກິດ ໃນ​ໄຕ​ມາດ​ທີ1ຂອງ​ປັກ​ກິ່ງ​ເວົ້າ​ໂດຍລວມ​ແລ້ວ​ແມ່ນ​ພັດທະນາ​ໄປ​ທາງທີ່​ດີ​ຢູ່.

ຕາມ​ການ​ຄິດ​ໄລ່​ເບື້ອງ​ຕົ້ນ,​ໃນ​ໄຕ​ມາດ​ທີ1 ຍອດ​ມູນ​ຄ່າ​ຜະລິດ​ທົ່ວ​ນະຄອນ​ປັກ​ກິ່ງ​ໄດ້​ບັນ​ລຸ 215 ຕື້​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 11,3%, ລາຄາ​ບໍລິ​ໂພ​ກຂອງ​ປະຊາຊົນ​ເພີ່ມຂຶ້ນ 6%.

ນາງ​ອີ​ຊິ້ວສິນ​ກ່າວ​ວ່າ,​ໃນ​ໄຕ​ມາດ​ທີ1 ການ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ໃນ​ນະ ຄອນ​ປັກ​ກິ່ງ​ແມ່ນ​ໝັ້ນທ່ຽງ​ໂດຍ​ພື້ນຖານ,ການ​ລົງທຶນ​ກໍ່​ຟົດ​ຟື້ນ​ຫຼາຍ,ຕະຫຼາດ​ການ​ບໍລິ​ໂພ​ກຈະ​ເລີ​ນຮຸ່ງ​ເຮືອງ,ລາຍ​​ໄດ້​ການ​ເງິນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ມີ​ຕຳ​ແໜ່​ງ ການ​ຫຼາຍ​ຂຶ້ນ. ສະພາບ​ເສດຖະກິດ​ແລະ​ສັງຄົມຂອງ​ນະຄອນ​ປັກ​ກິ່ງ​ມີ​ທ່າ​ອ່ຽງພັດທະນາ​ທີ່ໝັ້ນທ່ຽງ,​ໄດ້​ສ້າງສະພາບແວດ​ລ້ອມ​ພື້ນຖານ​ອັນ​ດີງາມ​ໃຫ້​ແກ່ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກຢ່າງ​ສຳ​ເລັດ​ຜົນ.