ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 16:34:08    
ສະພາບ​ພະຍາດ​ໄຂ້ຫວັດ​ສັດ​ປີກຂອງຈີນ​ເປັນ​ປົກ​ກະຕິ​ຢູ່

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ປະຈຸ​ບັນ,​​​ເວົ້າ​ລວມ​ແລ້ວ,ສະພາບ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ຂອງ​ຈີນ​ເປັນ​ປົກກະຕິ​ຢູ່,​ໃນ​ທົ່ວ​ປະ​ເທດ​ບໍ່​ມີ​ນົກ​ຕິດ​ເຊື້ອ​ພະຍາດ.

ວັນ​ທີ 17 ​ເມສາ​ນີ້,​ໃນ​​ເວລາ​ທ່ານ​ອີນ​ເຊິ​ງ​​ເຈຍ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ກ່າວ​ວ່າ,ນັບ​ແຕ່​ຕົ້ນ​ປີ​ນີ້​ມານີ້,ປະ​ເທດ​ແລະ​ເຂດ​ແຄວ້ນຈຳນວນ​ໜຶ່ງ​ໄດ້​ເກີດ​ພະຍາດ​​ໄຂ້ຫວັດ​ສັດ​ປີກ​ຢ່າງ​ຕໍ່​ເນື່ອງ,ຈີນ​ໄດ້​​ມີ​ສັດ​ປີກ​ລ້ຽງ​ຕິດ​ເຊື້ອພະຍາດ 5 ​​ເທື່ອ.​ໃນ​ລະດູ​ໃບ​ໄມ້​ປົ່ງ​ປີ​ນີ້,ສະພາບ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ເປັນ​ປົກກະຕິ​ໂດຍ​ລວມ,​ແຕ່​ໜ້າ​ທີ່​ຕິດຕາມ​ເຝົ້າ​ລະວັງ​ຍັງ​ຕ້ອງ​ເຮັດ​ຢ່າງ​ຈິງ​ຈັງ​ຢູ່.

ທ່ານ​ອີນ​ເຊິ​ງ​ເຈຍ​ກ່າວ​ວ່າ,​ໂດຍ​ປະ​ເຊີນ​ໜ້າ​ກັບ​ຜົນ​ສະທ້ອນ​ຈາກ​ສະພາບ​ພະຍາດ​ທີ່ຢູ່​ນອກດິນ​ແດນ​ຈີນ,​ແລະ​ໃນ​ໄລຍະ​ກ່ອນ,​ແຂວງ​ຈຳນວນ​ໜຶ່ງ​ຢູ່​ພາກ​​ໃຕ້​ຈີນ​ໄດ້​ປະສົບ​ໄພ​ພະຍຸ​ຫິມະ​ແລະ​ນ້ຳກ້າມທີ່​ບໍ່​ຄ່ອຍ​ມີ​ໃນ​ເມື່ອ​ກ່ອນ,ປັດ​ໄຈ​ທີ່​ບໍ່​ແນ່ນອນ​ໃນ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະຍາດໄຂ້ຫວັດ​ສັດ​ປີກ​ໄດ້​ເພີ່ມ​ຂຶ້ນ,ພະຍາດອາດ​ຈະ​ແຜ່​ລະບາດ​ເຂົ້າ​ມາຈາກ​ຕ່າງປະ​ເທດ,ສະ​ນັ້ນ,ບາງ​ເຂດ​ຍັງ​ອາດ​ຈະ​ເກີດ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໄດ້.