ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-19 18:38:17    
ນັກທຸລະກິດ​ຝຣັ່ງ​ກ່າວ​ວ່າ, ປະ​ສົບ​ການ​ຂີ່​ລົດ​ຖີບ​ທ່ຽວ​ຢູ່​ຕິ​ເບດ​ເປັນ​ເວ​ລາ 3 ​ເດືອນ​​​ໄດ້​ປ່ຽນ​ແປງ​ຄວາມ​ເຫັນ​ຂອງ​ທ່ານ​ທີ່​ມີ​ຕໍ່​ເຂດ​ຕິ​ເບດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ​ເມສາ​ນີ້, ຢູ່​ນະຄອນ​ຊຽງ​ໄຮ້, ທ່ານ​​​ເພົາ ດູ​ບຼູ ນັກທຸລະກິດ​ຝຣັ່ງ​ໃຫ້​ສຳພາດ​ໂດຍ​ສະ​ເພາະ​ຕໍ່​ນັກ​ຂ່າວ, ທ່ານ​ກ່າ​ວວ່າ, ​ປະສົບ​ການຂີ່​ລົດຖີບ​ທ່ຽວ​ຢູ່​ເຂດ​ຕິ​ເບ​ດ​ເປັນ​ເວລາ 3 ​ເດືອນ​ໄດ້​ປ່ຽນ​ແປງ​ຄວາມ​ເຫັນ​ຂອງທ່ານທີ່​ມີ​ຕໍ່​ເຂດ​ຕິ​ເບ​ດ​ໃນ​ແຕ່​ກ່ອນນັ້ນ​ທັງ​ໝົດ, ທັງເຮັດ​ໃຫ້​ທ່ານ​ເຂົ້າ​ໃຈ​ຕິ​ເບດ​ແລະ​ມີ​ສິດ​ປະກອບ​ຄວາມ​ເຫັນຫຼາຍກວ່າ​ສື່​ມວນ​ຊົນ​ຝຣັ່ງທີ່​ປັດຈຸບັນ​ພວມ​ກ່າວ​ເຖິງ​ຕິ​ເບ​ດຢ່າງຟົດຟ​ຟື້ນພັດ​ບໍ່​ເຄີຍ​ໄປ​ຕິ​ເບດຈັກ​ເທື່ອ.

ທ່ານ​ເພົາ ດູ​ບຼູກ່າວ​ວ່າ, ກ່ອນ​ໄປ​ຕິ​ເບ​ດ, ທ່ານ​ກໍ່​​ເໝືອນດັ່ງ​ຊາວ​ຕາ​ເວັນ​ຕົກ​ທັງຫຼາຍ​​ເຫັນວ່າ​ຕິ​ເບ​ດ​​ແມ່ນຖືກ​ຈີນ​ກົດ​ຂີ່. ​ແຕ່​ເມື່ອ​ໄປ​ຮອດ​ຕິ​ເບ​ດ, ພັດ​ໄດ້​ເຫັນ​ລັດຖະບານ​ຈີນ​ລົງທຶນ​ສ້າງໂຮງຮຽນ ​ໂຮງໝໍ ​ໂຮງ​ໄຟຟ້າ​ແລະ​ສະໜາມ​ບິນຢ່າງຫຼວງຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ທາງຫຼວງ. ນີ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ, ລັດຖະບານ​ຈີນ​ພວມ​ຊ່ອຍ​ຕິ​ເບ​ດພັດທະນາ​ເສດຖະກິດ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງໝົດ​ຈິດ​ໝົດ​ໃຈ. ທ່ານ​​ເພົາ ດູ​ບຼູກ່າວ​ວ່າ, ​​ເມື່ອ​ທຽບ​ກັບ​ຝຣັ່ງ, ຊີວິດ​ດ້ານ​ວັດຖຸ​ຂອງ​ປະຊາຊົນ​ຕິ​ເບ​ດຍັງ​ບໍ່​ຮັ່ງມີ​ປານ​ໃດ, ​ແຕ່​ທ່ານ​ໄດ້​ຮູ້ສຶກ​ຢ່າງ​ຊັດ​ເຈນ​ວ່າ ​ເຂົາ​ເຈົ້າ​ໄດ້​ຊົມ​ໃຊ້​ໝາກຜົນ​ແຫ່ງ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ.