ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-21 18:57:12    
ກົມ​ພະລັງ​ງານ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ ຄວນ​ອອກ​ແຮງ​ພັດ​ທະນາ​ລົດຍົນ​ທີ່​ປະຢັດ​ພະລັງ​ງານ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 21 ​ເມສາ​ນີ້,​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ"ງານ​ສຳ​ມະ​ນາ​ຍຸດ​ທະ​ສາດ​ເຕັກນິກ​ລົດຍົນ​ໃຊ້​ນ້ຳມັນ​ກາ​ຊວນ​ທີ່​ກ້າວໜ້າ​ສາກົນ​ 2008",​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ກົມ​ພະລັງງານ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​ຄວນ​ອອກ​ແຮງ​ພັດທະນາ​ລົດຍົນ​ທີ່​ປະ​ຢັດ​ພະລັງງານ.

ຈີນ​ແມ່ນ​ປະ​ເທດ​ຜະລິດ​ແລະບໍລິໂພ​ກພະລັງ​ງານ​ໃຫຍ່​ທີ 2 ​ໃນ​ໂລກ,​ແຕ່​ມີພະລັງງານ​ສະ​ເລ່ຍຕາມ​ຫົວ​ຄົນ​ຕ່ຳ​ກວ່າລະ​ດັບຂອງ​ໂລກ​ຢ່າງ​ຫຼວງ​ຫຼາຍ.ປະຈຸ​ບັນ,ຈຳນວນລົດຍົນ​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຈີນ​ບໍ່​ຮອດ 1 ສ່ວນ 5 ຂອງ​ລະດັບ​ຂອງ​ໂລກ,ຄຽງ​ຄູ່​ກັບຜູ້​ມີ​ລົດຍົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,ຄວາມ​ຕ້ອງການ​ຕໍ່​ນ້ຳມັນ​ເຊື້ອ​ໄຟ​ຈະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ໃນ​ເວລາ​ທ່ານ​ວາງ​ຟູ້ຊ່າງ ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ​ອຸດສາ​ຫະກຳ​ຄະນະ​ກຳມະ​ການ​ການ​ພັດທະ​ນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ຄຳ​ປາ​ໄສ,ທ່ານ​ກ່າວ​ວ່າ,ປະຈຸ​ບັນ,ການ​ພັດທະນາ​ຂອງ​ອຸດສາ​ຫະກຳ​ລົດຍົນ​ຈີນ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ດ້ານ​ການ​ຂາດ​ເຂີນ​ພະລັງ​ງານ​ແລະ​ການ​ອະ​ນຸລັກ​ສິ່ງ​​ແວດ​ລ້ອມ.ທ່ານ​ເຫັນ​ວ່າ,ການ​ສົ່ງ​ເສີມ​ໃຫ້ພັດ​ທະນາ​ລົດ​ຍົນທີ່​ກ້າວໜ້າ​​ແລະມີ​ປະ​ລິ​ມານ​ລະບາຍ​ໜ້ອຍ,​ແມ່ນ​ມາດ​ຕະການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ທີ່​ມີ​ປະສິດທິ​ຜົນ​​ພົ້ນ​ເດັ່ນ​ກວ່າ​ໝູ່​ແລະ​ໄວ​ກວ່າ​ໝູ່​ໃນ​ປະຈຸ​ບັນ​ນີ້.