ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 12:21:09    
ຂ່າວ​ສານ​ຊິນ​ຮວາ​ວິ​ຈານ​ວ່າ​ຊົມ​ເຊີຍ​ລັດ​ຖະ​ບານ​ຝະ​ຣັ່ງ​ໃຫ້​ຄຳ​ອະ​ທິ​ບາຍ​ແລະ​ຄວາມ​ຖາມ​ຂ່າວ​ຢູ່​ຕໍ່​ໜ້າ​ເປັນ​ເທື່ອ​ທຳ​ອິດ​ກ່ຽວ​ກັບ​ຜູ່​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ຂອງ​ຈີນ​ຖືກ​ຍາດ​ທວນ​ໄຟ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ21​ເມສາ​ນີ້,ທ່ານ​ຄຼິສຕຽນ ​ໂປ​ເຊ​ເລັດ ປະທານ​ສະພາ​ສູງ​ຝະ​ຣັ່ງ​​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ,​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ນາງ​ຈິ່ນ​ຈິ່ງ ຜູ່​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຖືກ​ຍາດ​ທວນ​ໄຟຢູ່​ປາຣີ,​ແລະ​ມອບຈົດໝາຍ​ຢື້​ຢາມຖາມ​ຂ່າວ​ຂອງ​ທ່ານ​ນິ​ໂກ​ລັສ ຊາ​ໂຄ​ຊີ ປະທານາທິ​ບໍ​ດີ​ຝະ​ຣັ່ງ​ໃຫ້​ນາງ​ຈິ່ນຈິ່ງ.

ກ່ຽວ​ກັບ​ເລື່ອງ​ນີ້,ຂ່າວສານ​ຊິນ​ຮວາ​ວິຈານ​ວ່າ, ​ນັບ​ແຕ່​ວັນ​ທີ7​ເມສາ​ທີ່​ເກີດ​ເຫດ​ການ​ຂຶ້ນ​ຈົນ​ມາ​ຮອດ​ປັດ​ຈຸ​ບັນ,​ນາງ​ຈິ່ນ​ຈິ່ງ​ຈຶ່ງ​ໄດ້​ຮັບ​ຄຳ​ອະ​ທິ​ບາຍ​ແລະ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ ຈາກ​ລັດ​ຖະ​ບານ​ຝະ​ຣັ່ງ​ເປັນ​ເທື່ອ​ທຳ​ອິດ.​ເຖິງ​ວ່າ​ມັນ​ຊ້າ​ແດ່,​ແຕ່​ກໍ່​ຍັງ​ເປັນ​ໜ້າ​ຊົມ​ເຊີຍ​ຢູ່.

ບົດ​ວິຈານ​ຂອງ​ຂ່າວສານ​ຊິນ​ຮວາ​ຂຽນ​ວ່າ, ພວກ​ເຮົາ​ຄວນ​ມີ​ຄວາມ​ອົດ​ທົນ​ໃນ​ເວ​ລາ​ປະ​ເຊີນ​ກັບ​ຄວາມ​ຂັດ​ແຍ່ງ​ແລະ​ຄວາມ​ເຂົ້າ​ໃຈ​ຜິດ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຊາດ.​ພວກ​ເຮົາ​ກໍ່​ຍິນ​ດີ​ຕ້ອນ​ຮັບ​ເຈົ້າ​ໜ້າ​ທີ່,​ສື່​ມວນ​ຊົນ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຫຼາຍ​ກວ່າ​ເກົ່າ​ມາ​ຈີນ​ເພື່ອ​ຊອກ​ຮູ້​ດ້ວຍ​ຕົນ​ເອງ​ວ່າ,​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເດັດ​ດ່ຽວ​ຕໍ່​ງານ​ກິລາ​ໂອ​ລິມ​ປິກ,ມີ​ຄວາມ​ປາ​ຖະ​ໜາ​ຫາ​ຊີ​ວິດ​ອັນ​ດີ​ງາມ​ແລະ​ມູ​ນ​ເຊື້ອ​ທີ່​ຮັກ​ແຂກ​ແພງ​ຄົນ.