ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 13:47:59    
ບົດ​ຄວາມ​ຂອງ​ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ຈີນ​ຂຽນ​ວ່າ"​ໄພ້​ສາ​ກົນ"ກູ້​"ຄວາມ​ຝັນ​ຕິ​ເບດ​ເອ​ກະ​ລາດ"ບໍ່​ໄດ້

cri
ຕາມ​ຂ່າວCRI,ໜັງສື​ພິມ​ເຢິນມິນ​ຢືປ້າວ​ຂອງ​ຈີນ​ສະບັບ​ວັນ​ທີ22​ເມສາ​ນີ້​ໄດ້​ພິມ​ບົດ​ຄວາມ ​ທີ່​ພາດ​ຫົວ​ເລື່ອງ​ວ່າ: "​ໄພ້​ສາກົນ"ກູ້​"ຄວາມ​ຝັນຕິ​ເບ​ດ​ເອກະລາດ"ບໍ່​ໄດ້.

ບົດ​ຄວາມ​ຂຽນ​ວ່າ,ຫຼາຍ​ມື້​ມາ​ນີ້,​ໃນ​ຂະນະ​ທີ່​ບາງ​ຄົນ​ຂອງປະ​ເທດ​ຕາ​ເວັນ​ຕົກສ້າງ​ກະ​ແສ ​ການ​ຄັດຄ້ານ​ຈີນ​ໃຫ້​ສູງ​ຂຶ້ນ,ດາ​ໄລລາ​ມະ​ກໍ່​ເລີ່​ມ​ເດີນທາງ​ໄປ​ແຫ່ງ​ຕ່າງໆ​ເພື່ອສ້າງ​ຫາງ​ສຽງ.ຄົນ​ຈຳນວນ​ໜຶ່ງ​ຢາກ​ສວຍ​ໃຊ້​ກຸ່ມ​ດາ​ໄລລາ​ມະ​ເພີ່ມ​ແຮງ​ກົດ​ດົນ​ຕໍ່​ຈີນ,ສ່ວນ​ກຸ່ມ​ດາ​ໄລລາ​ມະ​ຢາກ​ສວຍ​ໃຊ້​ຄົນ​ເຫຼົ່ານີ້​ສ້າງ​ຫາງ​ສຽງ​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ,ນີ້​ຄືເຈດ​ຕະນາ​ເຮັດ​ໃຫ້​ບັນຫາ​ຕິ​ເບ​ດ​ຫັນ​ເປັນ​ບັນຫາ​ສາກົນ,​ເພື່ອ​ໃຊ້​ແຮງ​ກົດ​ດັນ​ຕໍ່​ລັດຖະບານ​ຈີນ.

ບົດ​ຄວາມ​ຂຽນ​ວ່າ, ​ມາ​ຮອດ​ປັດຈຸບັນ,ບໍ່​ມີ​ປະ​ເທດ​ໃດ​ໄດ້​ຮັບຮອງ​ອັນ​ທີ່​ວ່າ​ຕິ​ເບດ​ເປັນ​ເອ​ກະ​ລາດ.​ກຸ່ມ​ດາ​ໄລລາ​ມະ​ຄວນຮູ້​ວ່າ​"​ໄພ້​ສາ​ກົນ"ດັ່ງກ່າວ​ບໍ່​ໄດ້ຜົນ,ອັນ​ທີ່​ວ່າ​"ປະ​ຊາ​ຄົມ​ໂລກ"​ສະ​ໜັບ​ສະ​ໜູນ​,​ເຈດ​ຕະນາຢາກ​ໃຫ້​ຕິ​ເບ​ດ​ເປັນ​ເອ​ກະ​ລາດ​ນັ້ນ,​ປະຊາຊົນ​ຈີນ​ຈະ​ບໍ່​ອະ​ນຸ​ຍາດ.​ປະ​ຊາ​ຄົມ​ໂລກ​ກໍ່​ຈະ​ບໍ່​ເອົາຫົວຊາ​ນຳ,​ເພາະ​ວ່າ​ບັນຫາ​ຕິ​ເບດ​ແມ່ນ​ບັນ​ຫາ​ອະ​ທິ​ປະ​ໄຕ,​ບໍ່​ມີ​ຊ່ອງ​ຫວ່າງ​ສຳລັບ​ການ​ຕໍ່​ລອງ​ໃດໆ.ນີ້​ສາມາດ​ເຫັນ​ໄດ້​ຈາກ​ຄວາມ​ສາ​ມັກ​ຄີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຂອງ​ປະຊາຊົນ​ຈີນ​ແຕ່​ເຫດການ​14ມີນາ​ມາ​ນີ້,​ແລະ​ເຫັນ​ໄດ້​ຈາກ​ກະ​ແສ​ປະ​ທ້ວງ​ການ​ແບ່ງ​ແຍກ​ຂອງ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢູ່​ຕ່າງປະ​ເທດ.​ເວົ້າ​ຈາກ​ຄວາມ​ໝາຍ​ດ້ານ​ນີ້​ແລ້ວ,"​ໄພ້​ສາກົນ"​ແມ່ນ​ກູ້​"ຄວາມ​ຝັນ​ຕິ​ເບ​ດ​ເອກະລາດ"ບໍ່​ໄດ້.