ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 15:42:02    
ເວ​ທີ​ປຶກ​ສາ​ຫາ​ລື​ສຸດ​ຍອດ​ການ​ຮ່ວມ​ມື​ວິ​ທະ​ຍຸ​-ໂທ​ລະ​ພາບ​ຈີນ​ອາ​ຊຽນ​ໄຂ​ຂຶ້ນ

cri
ຕາມ​ຂ່າວCRI,​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມືວິທະຍຸ​-ໂທລະພາບ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ22​ເມສາ​ນີ້,​ເຈົ້າ​ໜ້າ​ທີ່​ພະ​ແນ​ກຄຸ້ມ​ຄອງ​ວິ​ທະ​ຍຸ​ໂທ​ລະ​ພາບ​ຂອງ​ຈີນ​ກັບ10ປະ​ເທດ​ອາ​ຊຽນ,ຜູ່​ແທນ​ກອງ​ເລຂາອາ​ຊຽນ​ພ້ອມ​ດ້ວຍ​ຜູ່​ແທນ​ຂອງ​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ ປະ​ມານ​100​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ.

ໃນ​ພິທີ​ໄຂ​ກອງ​ປະຊຸມ,​ທ່ານ​ວາງ​ທ້າຍ​ຮວາ ຫົວ​ໜ້າ​ກົມ​ໃຫຍ່​ວິ​ທະ​ຍຸ​ຮູບ​ເງົາ​ແລະ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ອວຍ​ພອນ​ວ່າ,​ຫວັງ​ໃຫ້​ເວ​ທີ​ປຶກ​ສາ​ຫາ​ລື​ເທື່ອ​ນີ້​ສາ​ມາດ​ເພີ່ມ​ທະ​ວີ​ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ,​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ໃນ​ພິທີ​ໄຂ​ກອງປະຊຸມ,ທ່ານ​ນາງ​ລີ​ຢູ​ທຽງ ຫົວໜ້າ​ພະ​ແນກ​ວັດ​ທະ​ນະ​ທຳ​ແລະ​ຖະ​ແຫຼງ​ຂ່າວ​ກອງ​ເລ​ຂາ​ອາ​ຊຽນ​ກ່າວ​ວ່າ,​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊິ່ງ​ລວມ​ທັງ​ຂົງ​ເຂດ​ສື່​ມວນ​ຊົນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ພັດ​ທະ​ນາ​ໄວ​ທີ່​ສຸດ,​ແລະ​ຫວັງ​ໃຫ້​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ຂອງ​ສອງ​ຝ່າຍ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ,​ການ​ແລກ​ປ່ຽນ​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ.​ໃນ​ເວ​ລາ​ກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ,​ສອງ​ຝ່າຍ​ຍັງ​ຈະ​ອອກ​ຖ​ະ​ແຫຼງ​ການ​ປັກ​ກິ່ງ​ແລະ​ເຊັນ​ສັນ​ຍາ​ຮ່ວມ​ມື​ດ້ານ​ວິ​ທະ​ຍຸ-​ໂທ​ລະ​ພາບ​ລະ​ຫວ່າງ​ສອງ​ຝ່າຍ​ອີກ.