ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 18:01:57    
ວັດ​ເຊີ​ລາ​ແຫ່ງ​ນະຄອນ​ລາຊາ​ຟື້ນ​ຟູ​ທຳ​ມະ​ພິທີ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ມໍ່ໆ​ນີ້,ວັດ​ເຊີ​ລາ​ແຫ່ງນະຄອນ​ລາຊາ​ໄດ້​ຟື້ນ​ຟູ​ທຳ​ມະ​ພິທີ.

ວັນ​ທີ 20 ​ເມສາ​ນີ້​ແມ່ນ​ວັນ​ທີ 15 ມີນາ​ພຸດທະ​ສັງກາດ​ຕິ​ເບ​ດ,ຕາ​ມຮີດ​ສາສະໜາ,​ແມ່ນມື້​ທີ່​ຈັດ​ທຳ​ມະ​ພິທີ. 10 ​ໂມງຕອນ​ເຊົ້າ​ວັນ​ທີ 20 ​ເມສາ​ນີ້,ພະ​ສົງ​ສາມະ​ເນນ 380 ອົງ​ໃນ​ວັດ​ເຊີ​ລາ​ໄດ້​ເຂົ້າ​ຫໍ​ທຳ​ຕາມ​ເວລາ​ກຳນົດ,ຈັດ​ທຳ​ມະ​ພິທີ​ເທື່ອ​ທຳ​ອິດ​ພາຍຫຼັງ​ເກີດ​ເຫດການ​ຈະລາຈົນນະຄອນ​ລາຊາ.ທຳ​ມະ​ພິທີ​​ໄດ້ດຳ​ເນີນ 2 ຊົ່ວ​ໂມງ,ມີ​ບັນຍາກາດ​ທີ່​ຟົດ​ຟື້ນ​ແລະ​ລະບຽບ​ຮຽບຮ້ອຍ.

ພະ​ອາຈານ​ລົ້ວ​ຊັ່ງ​ຊູນ​​ເພີຍ​ໃນ​ວັດ​ເຊີ​ລາ,ມີອາຍຸ 75 ປີ​ແລ້ວ,ພະ​ອາຈານ​ກ່າວ​ວ່າ,ພຸດທະສາສະນິກກະຊົນທີ່​ແທ້​ຈິງຈະ​ບໍ່​ອະນຸຍາດ​ໃຫ້​​ເຮັດ​ກາ​ນກະທຳ​ຈະລາຈົນ​ທີ່​ໂຫດຮ້າຍ​ປ່າ​ເຖື່ອນ​ແບບ​ນີ້​ຢ່າງ​ເດັດຂາດ.ພະ​ສົງ​ຈຳນວນ​ໜ້ອຍ​ເຂົ້າ​ຮ່ວມ​ເຫດການອາ​ຊະ​ຍາ​ກຳ​ດ້ວຍ​ຄວາມຮຸນ​ແຮງ 14 ມີນາ​ຢູ່​ນະຄອນ​ລາຊາ,​ເຮັດ​ໃຫ້​ພຸດທະສາສະນິກກະ​ຊົນ​ທັງຫຼາຍ​ຮູ້ສຶກ​ເຈັບ​ໃຈ​ຫຼາຍ.

ປະຈຸ​ບັນ,ວັດ​ຕ່າງໆ​ຢູ່​ນະຄອນ​ລາຊາ​ພວມ​ຟື້ນ​ຟູ​ທຳ​ມະ​ພິທີເປັນ​ກ້າວໆ,ວັດ​ຕ່າງໆ​ກໍ່​ຈະ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ແລະ​ປະຊາຊົນ​ເຂົ້າຊົມເປັນ​ກ້າວໆ.