ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 18:05:24    
ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ທີ່​ດິນ​ແຫ່ງ​ລັດ​ແລະ​ຊັບ​ພະ​ຍາ​ກອນ​ຈີນ​ຂຽນ​ບົດ​ຄວາມ​ເພື່ອ​ລະ​ລຶກ"ວັນ​ໜ່ວຍ​ໂລກ​ທົ່ວ​ໂລກ"

cri Author: d
ຕາມ​ຂ່າວCRI: ວັນ​ທີ22​ເມສາ​ນີ້ ​ແມ່ນ"​ວັນ​ໜ່ວຍ​ໂລກທົ່ວໂລກ"ຄັ້ງທີ39.ທ່ານ​ສູ​ຊ້າ​ວສື ລັດຖະມົນຕີ​ວ່າການ​ກະຊວງ​ທີ່​ດິນ​ແຫ່ງລັດ​ແລະ​ຊັບພະຍາກອນຈີນ​ຂຽນ​ບົດ​ຄວາມລົງ​ໃສ່​ໜັງສືພິມ​ເຢິນມິນ​ຢື້​ປ້າວ,ທ່ານຂຽນ​ວ່າ,​ຫົວ​ຂໍ້ການ​ເຄື່ອນ​ໄຫວລະ​ລຶກ"ວັນ​ໜ່ວຍ​ໂລກທົ່ວໂລກ"​ຂອງ​ຈີນປີ​ນີ້​ແມ່ນ"ຮູ້ຈັກ​ໜ່ວຍ​ໂລກ,ພັດທະນາ​ຢ່າງ​ກົມກຽວ​ກັນ".

ທ່ານ​ສູ​ຊ້າ​ວສື​ກ່າວ​ວ່າ,ດິນ​ປູກ​ຝັງຂອງ​ຈີນ​ສະ​ເລ່ຍຕາມ​ຫົວ​ຄົນ​ບໍ່​ຮອດ40%ຂອງ ລະດັບ​ສ​ະ​ເລ່ຍຂອງ​ໂລກ​.ຊັບພະຍາກອນ​ບໍ່​ແຮ່ສະ​ເລ່ຍຕາມ​ຫົວ​ຄົນ​ທີ່​ຊອກ​ຮູ້​​ແລ້ວນັ້ນພຽງ​ແຕ່​​ແມ່ນ58%ຂອງ​ລະດັບ​ສະ​ເລ່ຍຂອງ​ໂລກ,ຈໍ່​ຕົວ​ຂຶ້ນ​ເປັນ​ສະພາບ​ການ​ທີ່​ດິນ​ຖືກ​ຈຳກັດ​ແລະ​ຄວາມ​ສາມາດ​ການສະ​ໜອງ​ຊັບ​ພະຍາ​ກອນ​ບໍ່​ແຮ່​ບໍ່​ພຽງພໍ.ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ບັນຫາ​ສ້າງສາ​ອາລະຍະ​ທຳ​ຊີວະ​ພາບ​ແລະສິ່ງ​ແວດ​ລ້ອມດ້ານ​ຊັບພະຍາກອນ.ການຈັດຕັ້ງປະຕິບັດ​ນະ​ໂຍບາຍພື້ນຖານ ​ແຫ່ງ​ຊາດກ່ຽວ​ກັບ​ການ​ປະ​ຢັດ​ຊັບພະຍາກອນ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມນັ້ນ,ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຮີບ​ດ່ວນ​ໃນ​ປະຈຸ​ບັນ​ທໍ່​ນັ້ນ,ຫາກ​ຍັງ​ແມ່ນ​ເປົ້າໝາຍ​ຍຸດ​ທະ​ສາດທີ່ຍາວ​ໄກ​ອີກ​ດ້ວຍ​,ຕ້ອງ​​ໃຫ້ທຸກ​ເຊັ່ນ​ຄົນດຳ​ເນີນ​ໄປຢ່າງ​ຕໍ່​ເນື່ອງ.

ທ່ານ​ສູ​ຊ້າ​ວສື​ກ່າວ​ວ່າ,ຈີນ​ຍິນ​ດີ​ເກາະ​ແຂນ​ກັບ​ປະຊາຊົນ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ສົນ​ໃຈ​ຊາດ​ຕະກຳ​ຂອງ​ມວນ​ມະນຸດ​ໃນ​ທົ່ວ​ໂລກ,ປົກ​ປັກ​ຮັກສາ​ແລະ​ປະຕິບັດ​ດີ​ຕໍ່​ໜ່ວຍ​ໂລກ​ໃຫ້​ດີກ​ວ່າ​ເກົ່າ,ພ້ອມ​ກັນ​ສ້າງ​ອະນາຄົດ​ອັນ​ດີງາມ​ກວ່າ​ເກົ່າ​​ໃຫ້ມ​ວນມະນຸດ./