ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 18:12:43    
ຕິ​ເບ​ດບັນລຸ​ຄາດ​ໝາຍ​ແຫ່ງ​ການ​ສຶກ​ສາ​ພາກ​ບັງ​ຄັບ​9ປີ​ແລະ​ລົບ​ລ້າງ​ຄວາມ​ກືກ​ໜັງ​ສື​ຂອງ​ຜູ່​ໃຫຍ່​ໂດຍ​ທົ່ວ​ໄປ

cri Author: d
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ການ​ສຶກສາ​ຂອງ​ຕິ​ເບ​ດ​ໄດ້ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ,​ໄດ້​ບັນລຸຄາດໝາຍ​​ແຫ່ງການ​ສຶກສາ​ພາກ​ບັງຄັບ9ປີ​ແລະ​ລົບ​ລ້າງ​ຄວາມ​ກືກ​ໜັງສື​ຂອງ​ຜູ່​ໃຫຍ່ໂດຍ​ທົ່ວ​ໄປ​ແລ້ວ. ນັບ​ມາ​ຮອດ​ທ້າ​ຍປີ2007, ອັດຕາ​ເດັກນ້ອຍ​ເຂົ້າຮຽນ​ປະຖົມ​ໃນ​ທົ່ວ​ເຂດ​ຕິ​ເບ​ດ​ໄດ້ບັນລຸ98%,ຜູ່ໄດ້​ຮັບ​ການ​ສຶກສາ​ພາກ​ບັງຄັບ9ປີ​ໄດ້ບັນລຸ90%ຂຶ້ນ​ໄປ;ອັດຕາ​ລົບ​ລ້າງ​ຄວາມ​ກືກ​ໜັງສື​ໃນ​ທົ່ວ​ເຂດ​ບັນລຸ97%.

ນັບ​ແຕ່​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມານີ້,ລັດຖະບານ​​ກາງ​ຈີນ​ໄດ້​ເພີ່ມ​ທະວີ​ຄວາມ​ສະໜັບສະໜູນ​ການ​ສຶກສາ​ຂອງ​ຕິ​ເບ​ດ,ພຽງ​ແຕ່​ຢູ່​ລະຫວ່າງ2001ຮອດ 2005ລັດ​ກໍ່​ໄດ້​ລົງທຶນ2ຕື້350ລ້ານ​ຢວນ​​ເຂົ້າ​ໃນການ​ສຶກສາຂອງ​ຕິ​ເບ​ດ,​ໄດ້​ປັບປຸງ​ເງື່ອນ​ໄຂ​ຂອງ​ໂຮງຮຽນ​ແຫ່ງ​ຕ່າງໆ​ໃນ​ຕິ​ເບ​ດຢ່າງ​ຫຼວງ​ຫຼາຍ.ພ້ອມ​ກັນນັ້ນຍັງ​ປະຕິບັດ​ນະ​ໂຍບາຍ​ຄ່າ​ກິນ ຄ່າ​ຢູ່ແລະ​ຄ່າ​ຮຽນ​ໂດຍ​ຟີ​ຕໍ່​ລູກ​ຫຼານ​ຂອງ​ຊາວ​ກະສິກອນ​ຕິ​ເບ​ດ,ອັນ​ໄດ້​ລະດົມ​ຄວາມ​ຫ້າວຫັນ​ທີ່​ເຂົ້າ​ໂຮງຮຽນ​ຂອງ​ລູກ​ຫຼານຊາວ​ກະສິກອນ​ຢ່າງ​ຫຼວງ​ຫຼາຍ.