ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 18:17:33    
ຜູ່​ຊ່ຽວຊານ​ວິ​ຊາຕິ​ເບ​ດກ່າວ​ວ່າ, ​ແຕ່​ໃດ​ມາ​ກໍ​ບໍ່​ມີອັນ​ທີ່​ເອີ້ນ​ວ່າ"​ເຂດ​ຕິ​ເບດ​ໃຫຍ່"

cri

ຕາມ​ຂ່າວCRI: ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ​ສະບັບ​ວັນ​ທີ 22 ​ເມສາ​ນີ້​ໄດ້​ເຜີຍ​ແຜ່​ບົດສຳພາດ​ທ່ານ​ລ້ຽວຊ່ຽງ​ມິນ ນັກ​ຄົ້ນຄວ້າ​ຂອງ​ສູນ​ຄົ້ນຄວ້າວິຊາ​ຕິ​ເບ​ດຂອງ​ຈີນ, ທ່ານ​ລ້ຽວຊ່ຽງ​ມິນ​ກ່າວ​ວ່າ, ​ແຕ່​ໃດ​ມາ​ກໍ​ບໍ່​ມີອັນ​ທີ່​ເອີ້ນ​ວ່າ"​ເຂດ​ຕິ​ເບດ​ໃຫຍ່".

​ເນື້ອ​ໃນ​ຕົ້ນຕໍ​ໜຶ່ງ​ຂອງ"​ເສັ້ນທາງລະ​ຫວ່າງ​ກາງ"ທີ່​ດາ​ໄລ​ລາ​ມະ​ເປີດ​ປ່າວ​ນັ້ນ​ແມ່ນ​ເຈ​ດຕະນາ​ສ້າງ"​ເຂດ​ຕິ​ເບ​ດ​ໃຫຍ່"ທີ່​ລວມທັງ​ພູ​ພຽງຊິງ​ໄຮ​ຕິ​ເບ​ດທັງ​ໝົດ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ລ້ຽວຊ່ຽງ​ມິນ​ກ່າວວ່າ, ​ໃນ​ປະຫວັດສາດ​ແຕ່​ໃດ​ມາ​ກໍ​ບໍ່​​ມີ​ອັນ​ທີ່​ເອີ້ນ​ວ່າ"​ເຂດ​ຕິ​ເບ​ດ​ໃຫຍ່"​. "​ເຂດ​ຕິ​ເບ​ດ​ໃຫຍ່"​ແມ່ນ​ມະ​ໂນ​ພາບ​ທີ່​ປະກົດ​ອອກ​ໃຕ້​ສະພາບ​ການ​ທີ່​ຈັກກະພັດ​ນິຍົມ​ລ່ວງ​ລ້ຳ​ຈີນ, ພຽງ​ແຕ່​ແມ່ນ​ຄວາມ​ໃຝ່ຝັນ​ທີ່​ເຈດຕະນາ​ແບ່ງ​​ແຍກ​ຈີນ.

ທ່ານ​ລ້ຽວຊ່ຽງ​ມິນ​ກ່າວ​ວ່າ, ​ໃນ​ປະຊາ​ຄົມ​ໂລກ​ຍັງ​ມີ​ຫຼາຍຫຼາຍ​ຄົນ​ບໍ່​ຮູ້​ວ່າ​ຢູ່​ພູ​ພຽງຊິງ​ໄຮຕິ​ເບ​ດຍັງ​ມີ​ເຜົ່າ​ຮ້ານ ​ເຜົ່າ​ມົງ​ໂກ​ລີ ​ເຜົ່າ​ຮຸຍ​ແລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ​ດຳລົງ​ຊີວິດ​ຢູ່​ທຸກ​ເຊັ່ນ​ຊາດ​ແລ້ວ, ກຸ່ມ​ດາ​ໄລລາ​ມະ​ເຈດຕະນາ​ໃຊ້"​ອັນ​ທີ່​ເອີ້ນ​ວ່າເຂດ​ຕິ​ເບ​ດ​ໃຫຍ່"ມາ​ຕົວະ​ແລະ​ບິດ​ປັງ​ຫາງ​ສຽງ, ​ເພື່ອ​ສ້າງ​ບັນຍາກາດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ.