ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 18:18:40    
ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​​ເວົ້າ​ທານ​ຂວັນ​ຕໍ່​ວຽກ​ງານ​ຕິ​ເບ​ດຊຶ່ງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ນັ້ນ​ໄດ້​ລະ​ເມີດ​ຫຼັກ​ມາດ​ຖານ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ຢ່າງ​ໜັກ​ໜ່ວງ

cri Author: d
ຕາມ​ຂ່າວCRI: ວັນ​ທີ22​ເມສາ​ນີ້ ຢູ່​ປັກ​ກິ່ງ ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາບໍ່​ເອົາ​ຫົວຊາ​ນຳ​ການ​ຄັດຄ້ານ​ຢ່າງ​ເດັດດ່ຽວຂອງ​ຈີນ,ຕັ້ງ​​ໃຈພົບ​ປະດາ​ໄລລາ​ມະ,​​ແລະ​​ເວົ້າທານຂວັນ​ຕໍ່​ວຽກ​ງານ​ຕິ​ເບ​ດຊຶ່ງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​,ນີ້​ໄດ້​ລະ​ເມີດ​ຫຼັກ​ມາດຖານ​ພື້ນຖານ​ຂອງ​ການ​ພົວພັນ​ລະ​ຫວ່າງ​ຊາດ​ຢ່າງ​ໜັກໜ່ວງ,​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ,​ແມ່ນ​ການ​ກະທຳ​ທີ່​ຜິດພາດ​ແລະ​ບໍ່​ຮັບຜິດຊອບ​ທີ່​ສຸດ.ຈີນ​ໄດ້​ສະ​ເໜີ​ການ​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ເຄັ່ງຂືມຕໍ່​ອາ​ເມ​ລິ​ກາ​ແລ້ວ.

ຕາມ​ຂ່າວ​​ແຈ້ງວ່າ,ວັນ​ທີ21​ເມສາ​ນີ້ ທ່ານ​ພໍ​ລາ ​ແຈ ​ໂດ​ບຼີຢຽນສກີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ພົບ​ປະດາ​ໄລລາ​ມະ​ແລະ​ຂຽນ​ບົດ​ຄວາມ​ລົງ​ໃສ່​ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພສ໌​ໂດຍຂຽນວ່າ,"​ເຫດການ​ຕິ​ເບ​ດ"ສ່ອງ​ແສງ​ໃຫ້​ເຫັນ"ຄວາມ​ກົດ​ຂີ່"ຂອງ​ລັດຖະບານ​ຈີນ​ຕໍ່ຄວາມ​ເສລີພາບ​ໃນດ້ານ​ສາສະໜາ ວັດທະນະທຳ​ແລະອື່ນໆ​ຂອງ​ຕິ​ເບ​ດ​ເປັນ​ເວລາ​ຍາວ​ນານ,ການ​ສົນທະນາ​ກັບ​ດາ​ໄລລາ​ມະ​ແມ່ນ​ຊ່ອງ​ທາງ​ທີ່​ດີ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຊາວ​ຕິ​ເບ​ດ.

ກ່ຽວ​ກັບ​ເລື່ອງ​ນີ້ ນາງ​ຈ່ຽງອີ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ,​ເຫດການ​ຈະລາຈົນ​ດ້ວຍ​ຄວາມ​ຮຸນ​ແຮງ​ຢູ່​ລາຊາ​ໃນ​ວັນ​ທີ14ມີນາ,​ແມ່ນ​ກຸ່ມ​ດາ​ໄລລາ​ມະຕັ້ງ​​ໃຈວາງ​ແຜນ​ແລະ​ຄົບ​ຄິດ​ກັບ​ອິດ​ທິກຳລັງ​​ແບ່ງ​ແຍກ​ຕິ​ເບ​ດ​ເປັນ​ເອກະລາດ​ຢູ່​ຈີນ​ແລະຢູ່​ຕ່າງປະ​ເທດ​ກໍ່​ຂຶ້ນ.ຈີນ​ເຕືອນ​ໃຫ້​ອາ​ເມ​ລິ​ກາ​​ໂຄລົບ​ຄວາມ​ເປັນ​ຈິງ,ຢຸດຕິ​ການສະໜັບສະໜູນ​ແລະ​ປ່ອຍ​ໃຫ້​ກຸ່ມ​ດາ​ໄລລາ​ມະ​ຕັດ​ແຍກ​ຈີນ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ທຳລາຍການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແລະ​ໂສມ​ໜ້າຂອງ​ອາ​ເມ​ລິ​ກາ.