ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-22 18:21:31    
ຈີນ​​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ມອບ​ນາມ​ມະ​ຍົດ"ຊາວ​​ກຽດຕິມະ​ສັກ​ປາ​ລີ"​ໃຫ້ດາ​ໄລ​ລາ​ມະ

cri

ຕາມ​ຂ່າວCRI: ວັນ​ທີ 22 ​ເມສາ​ນີ້​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ການ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ສະພາ​ປາລີ​ຜ່ານ​ຮັບຮອງ​ມະຕິ​ກ່ຽວ​ກັບການ​ມອບ​ນາມ​ມະ​ຍົດ"ຊາວ​​ກຽດຕິ​ມະ​ສັກ​ປາລີ"​ໃຫ້​ດາ​ໄລລາ​ມະ​ໃນ​ວັນ​ທີ 21 ​ເມສາ​ນີ້. ການ​ກະທຳ​ນີ້​​ໄດ້​ແຊກ​ແຊງ​ວຽກ​ງານ​ພາຍ​ໃນຂອງ​ຈີນ​ຢ່າງ​ໂຫດຮ້າຍ​ແລະ​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝລັ່ງຢ່າງ​ໜັກໜ່ວງ.

ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ, ​ໃນຫວ່າງ​ມໍ່ໆ​ນີ້, ຊາວ​ຝລັ່ງ​ແລະ​ສື່​ມວນ​ຊົນ​ຝລັ່ງຈຳນວນ​ໜຶ່ງ​ບໍ່​ເອົາ​ຫົວຊາ​ນຳ​ຄວາມ​ຈິງ, ​ເຜີຍ​ແຜ່​ຄວາມ​ເວົ້າ​ແລະ​ບົດ​ລາຍ​ງານ​ທາງ​ລົບ​ທີ່​ສຸດ​ທີ່​ກ່ຽວ​ພັນ​ເຖິງ​ຈີນ, ​ໄດ້​ທຳລາຍ​ອາລົມ​ຈິດ​ຂອງ​ປະຊາຊົນ​ຈີນ​ຢ່າງ​ໜັກໜ່ວງ. ສະພາ​ປາລີ​ຕົກລົງ​ມອບ​ນາມມະຍົດ"ຊາວ​ກຽດຕິມະ​ສັກ​ປາລີ"​ໃຫ້​ດາ​ໄລລາ​ມະ, ມີແຕ່​ຖືກ​ເຫັນ​ວ່າ​​ໄດ້​ທ້າ​ທາຍ​ຢ່າງ​ໜັກໜ່ວງ​ຕໍ່​ປະຊາຊົນ​ຈີນ1 ຕື້ 300 ລ້ານ​ຄົນ​ລວມທັງ​ປະຊາຊົນ​ເຂດ​ຕິ​ເບ​ດອີກ​ເທື່ອ​ໜຶ່ງ, ​ແລະ​ເຊີດ​ຊູຄວາມ​ຂຶງ​ຂັງ​ມັງ​ມໍ​ຂອງ​ດາ​ໄລລາ​ມະ​ແລະ​ພວກ"​​​ແບ່ງແຍກ​ຕິ​ເບັດ​ເປັນ​ເອກະລາດ".

ຝ່າຍ​ຈີນ​ທວງ​ໃຫ້​ຝ່າຍ​ຝລັ່ງຈົ່ງ​ໃຊ້​ມາດ​ຕະການ​ອັງ​ບັງ​ເກີດ​ຜົນ​ໃນ​ທັນທີ, ກຳຈັດຜົນ​ສະທ້ອນ​ຮ້ອັນ​ຊົ່ວ​ຮ້າຍ​ຍ້ອນ​ການ​ກະທຳອັນ​ຜິດພາດ​ຂອງ​ຝ່າຍ​ຝລັ່ງ, ​​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ຮັກ​ສາ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝລັ່ງ.