ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 19:04:33    
ຄວາມ​ຈິງ​ເຜີຍ​ແບ​ຄວາມ​ຂີ້​ຕົວະ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ທີ່​ວ່າ"ສິ່ງ​ແວດ​ລ້ອມ​ຕິ​ເບດ​ຖືກ​ທຳ​ລາຍ"

cri Author: d
ຕາມ​ຂ່າວສານ​ຊິນ​ຮວາ: ​ເປັນເວລາ​ດົນ​ນານ​ມາ​ແລ້ວ​ທີ່ກຸ່ມ​ດາ​ໄລລາ​ມະຕັ້ງ​ໃຈ​ເວົ້າຄວາມ​ຂີ້​ຕົວະຫຼອກ​ລວງ​ທີ່ວ່າ​ສິ່ງ​ແວດ​ລ້ອມ​ຕິ​ເບ​ດ​ເກີດ​ມົນ​ລະພິດ ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ຕິ​ເບ​ດຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ແລະ​ອື່ນໆ.​ແຕ່​ວ່າ,ຄວາມ​ຈິງຍ່ອມຊະນະຄຳ​ຫຼອກ​ລວງ.ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສູນ​ກາງ​ແລະ​ຄວາມ​ສະໜັບສະໜູນ​ຈາກ​ປະຊາຊົນ,ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ຕິ​ເບ​ດ​ໄດ້​ຮັບ​ການ​ອະນຸລັກ​ເປັນ​ຢ່າງດີ.

ທ່ານ​ຈັ່ງ​ຢົງ​ເຈີ ຫົວໜ້າພະ​ແນ​ກອະນຸລັກ​ສິ່ງ​ແວດ​ລ້ອມ​ເຂດ​ປົກຄອງ​ຕົນ​​ເອງ​ຕິ​ເບ​ດ​ແຈ້ງ​ໃຫ້​ຊາບວ່າ,ນັບ​ມາ​ຮອດ​ປີ2007,ຕິ​ເບ​ດ​ໄດ້​​ໃຊ້​ງົບປະມານ80ລ້ານ​ຢວນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ແລະ​​ປົວ​ແປງ​ມົນ​ລະ​ພິດ.​ໃນ​ລະຫວ່າງ​ປີ2006ຮອດ​ປີ2010,ລັດ​ຍັງ​ຈະ​ໃຊ້​ງົບປະມານ10ຕື້​ກວ່າ​ຢວນ​ເພື່ອ​ສ້າງສິ່ງ​ປ້ອງ​ກັນ​ທຳ​ມະ​ຊາດຂອງ​ພູ​ພຽງ​ຕິ​ເບ​ດ.

ຕາມ​ສະຖິຕິ,ປະຈຸ​ບັນ ​ເຂດ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຕິ​ເບ​ດກວມ​ເນື້ອ​ທີ່4​ແສນກິ​ໂລ​ຕາ​ແມັດ​,ກວມ​ເນື້ອ​ທີ່​ຂອງ​ທົ່ວ​​ເຂດ34%,​ເປັນອັນດັບ1​ໃນ​ທົ່ວ​ປະ​ເທດ.ອັດຕາ​ປູກ​ໄມ້​ເປັນ​ປ່າ​ຂອງ​ຕິ​ເບ​ດທີ່​ມີ​ບໍ່​ຮອດ1%ຂອງຊຸມ​ປີ1950 ​ເພີ່ມ​ຂຶ້ນ​ຮອດ11,3%​ໃນປະຈຸ​ບັນ.ຕິ​ເບ​ດ​ໃນປະຈຸ​ບັນ,ຍັງ​ແມ່ນດິນ​​ແດນທີ່​ສະອາດກ​ວ່າ​ໝູ່​ໃນ​ໂລກ.