ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 19:22:16    
ດອກ​ເຕີ​ເກີ​ເລີ ນັກ​ຄົ້ນຄວ້າຕິ​ເບ​ດສຶກສາກ່າວ​ວ່າ, ວັດ​ທະ​ນະ​ທຳບູ​ຮານ​ຂອງ​​ເຜົ່າ​ຕິ​ເບດ​ແມ່ນ​ພາກສ່ວນ​ສຳຄັນ​ທີ່​ຂາດ​ບໍ່​ໄດ້​ຂອງອະລິຍະ​ທຳ​ບູຮານຂອງ​ປະຊາ​ຊາດ​ຈີນ

cri

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ດອກ​ເຕີ​ເກີ​ເລີ ຮອງ​ຜູ້ອຳນວຍ​ການທີ່​ເປັນນັກ​ຄົ້ນຄວ້າຂອງສູນ​ຄົ້ນຄວ້າ​​ຕິ​ເບ​ດສຶກສາຈີນກ່າວ​ວ່າ, ​ເບິ່ງ​ຈາກ​ດ້ານ​ລວມ​ແລ້ວ, ອາ​ລິຍະ​ທຳ​ບູຮານ​ຂອງ​ເຜົ່າ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ສຳຄັນ​ທີ່​ຂາດ​ບໍ່​ໄດ້​ຂອງ​ອາລະຍະ​ທຳ​ບູຮານ​ຂອງ​ປະຊາ​ຊາດ​ຈີນ. ນັບ​ແຕ່ວັດທະນະທຳ​ຍຸກ​ຫີນ​ໃໝ່, ອາລິຍະ​ທຳ​ບູຮານ​ຂອງ​ເຜົ່າ​ຕິ​ເບ​ດກໍ​ໄດ້​ແລກປ່ຽນ, ​ເຊື່ອມ​ໂຍງ​ແລະ​ພົວພັນ​ກັບ​ອາລະຍະ​ທຳ​ບູຮານ​ຂອງ​ປະຊາ​ຊາດ​ຈີນ, ​ປະກອບເປັນ​ການ​ພົວພັນຄື​ສາຍ​ເລືອດ​ທີ່​ແບ່ງ​ແຍກອອກ​ຈາກ​ກັນ​ບໍ່​ໄດ້.

ທ່ານ​ກ່າວ​ວ່າ, ນີ້​ກໍ​ແມ່ນ​ສາ​ເຫດ​ທີ່​​ເປັນ​ຫຍັງອິດ​ທິກຳລັງ​​ເປັນ​ປໍ​ລະ​ປັກ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ມີເຈດ​ຕະນາ​ແບ່ງ​ແຍກ​​ຕິ​ເບ​ດອອກ​ຈາກມະຫາ​ຄອບຄົວ​ຈີນ​, ​ແຕ່​ຜົນ​ສຸດ​ທ້າຍ​ລ້ວນ​ແຕ່​ສິ້ນ​ສຸດ​ລົງ​ດ້ວຍ​ການ​ປະລາ​ໄຊ.