ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 19:24:49    
ຜູ່​ຊ່ຽວ​ຊານ​ດ້ານ​ສິດ​ທິ​ມະ​ນຸດ​ເຫັນ​ວ່າ ອັນ​ທີ່​ວ່າ​"ບັນ​ຫາ​ສິດ​ທິ​ມະ​ນຸດ​ຂອງ​ຕິ​ເບດ"ທີ່​ຈິງ​ແລ້ວ​ແມ່ນ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ສວຍ​ໃຊ້​ບັນ​ຫາ​ຕິ​ເບດ​ມາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ເວທີ​ປຶກສາ​ຫາລື​ສິດທິ​ມະນຸດ​ປັກ​ກິ່ງ​ຄັ້ງ​ທຳ​ອິດ​​ໄດ້​ອັດ​ລົງ​ແລ້ວ​ຢູ່​ທີ່​ປັກ​ກິ່ງ,ຜູ່​ຊ່ຽວຊານ​ດ້ານ​ສິດທິ​ມະນຸດ​ຂອງ​ຈີນ​ແລະ​ຕ່າງ​ປະທດທີ່​ຮ່ວມ​ປະຊຸມ​ເຫັນ​ວ່າ,​ຫວ່າງ​ມໍ່ໆ​ນີ້,ປະ​ເທດ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​​ໃຊ້​ຂໍ້​ອ້າງ​ທີ່​ວ່າບັນຫາ​ສິດທິ​ມະນຸດ​ຂອງ​ຕິ​ເບ​ດ​ມາ​ຕິ​ຕຽນ​ຈີນ,ທີ່​ຈິງ​ແລ້ວ​ແມ່ນ​ຢາກ​ສວຍ​ໃຊ້​ບັນຫາ​ຕິ​ເບ​ດ​ມາແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ທ່ານ​ໂມ​ຮານ ກູ​ລູສວາ​ມີ ຫົວໜ້າສູນ​ຄົ້ນຄວ້າ​ການ​ຄັດ​ເລືອກ​ນະ​ໂຍບາຍ​ນີວ​ແດນ​ລີ​ແຫ່ງ​ອິນ​ເດຍ​ໄດ້​ໄປ​ທ່ຽວ​ຕິ​ເບ​ດ​ເປັນ​ເວລາ1​ອາທິດ​ໃນ​ປີ​ກາຍ​ນີ້.ທ່ານ​ກ່າວ​ວ່າ,ທ່ານ​ໄດ້​ເຫັນ​ຕິ​ເບ​ດ​ພັດ​ທະ​ນາ​​ໄວ​ຫຼາຍ,​ປະ​ຊາ​ຊົນ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ.

ທ່ານ​ຊີ້​ອອກ​ວ່າ, ປະ​ເທດ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​​ໃຊ້​ຂໍ້​ອ້າງ​ທີ່​ວ່າບັນຫາ​ສິດ​ທິ​ມະ​ນຸດ​ຂອງ​ຕິ​ເບ​ດມາ​ຕິຕຽນ​ຈີນ,ທີ່​ຈິງ​ແລ້ວ​ແມ່ນ​ຢາກ​ສວຍ​ໃຊ້​ບັນຫາ​ຕິ​ເບດ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ທ່າ​ນອັສລານ ອັບ​ອັສຮິ​ເຈ ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ກົດໝາຍ​ລະຫວ່າງ​ຊາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ມິດຕະພາບ​ປະຊາຊົນ​ຣັດ​ເຊຍ​ກ່າວ​ວ່າ,ວຽກ​ງານ​ຕິ​ເບ​ດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ,​ຖ້າ​ມີ​ຄົນ​ທຳລາຍ​ກົດໝາຍ​ທົ່ວ​ໄປ​ໃນ​ສາກົນ​ໃນ​ບັນຫາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ,​ຄວນ​ຖືກ​ຖື​ເປັນ​ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດ.

ທ່ານ​ນາງ​ຊີ​ຄາ​ໂຄຣ​ເປ​ລາ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ການ​ພົວພັນ​ລະຫວ່າງ​ຊາດ​ມະ​ຫາ​ວິ​ທະ​ຍາ​​ໄລ​ໂຄ​ລົມ​ເບຍ​ອາ​ເມ​ລິ​ກາ​ກ່າວ​ວ່າ,ຫຼາຍ​ຄົນ​ທີ່​ຕິຕຽນ​ສິດທິ​ມະນຸດ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ຕິ​ເບ​ດ​ນັ້ນ​ບໍ່​ຮູ້​ສະພາບ​ຂອງ​ຕິ​ເບ​ດ​ໃນ​ເມື່ອ​ກ່ອນ​ແລະ​ປັດຈຸບັນ,ສະ​ນັ້ນ,​ເຂົາ​ເຈົ້າ​ຈິ່ງ​ເວົ້າ​ເລື່ອງ​ພຽງ​ແຕ່​ດ້ານ​ດຽວ.