ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-24 10:37:59    
ຈີນ​ຈະ​ສະ​ໜອງ​ການ​ບໍ​ລິ​ການ​ອັນ​ສະ​ດວກ​ໃຫ້​ແກ່​ການ​ຖ່າຍ​ທອດ ແລະ ການ​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ໃນ​ໄລຍະ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ23​ເມສາ​ນີ້, ທ່ານ​ຊີ​ຈິ້ນ​ພີ​ງ ຮອງ​ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ທີ່​ປັກ​ກິ່ງ​ໄດ້​ໃຫ້​ໃນ​ເວລາຮ້ອງ​ຂໍ​ເປັນ​ເຈົ້າພາບ​ງານ​ກິລາ​ໂອ​ລິ​ມປິກ, ວ່າ​ຈະ​ສະໜອງ​ການ​ບໍລິການ​ອັນ​ສະດວກ​ໃຫ້​ແກ່​ການ​ຖ່າຍ​ທອດ ​ແລະ ການ​ລາຍ​ງານ​ຂ່າວຂອງ​ສື່​ມວນ​ຊົນ​ໃນ​ໄລຍະ​ງາ​ນກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ຊີ​ຈິ້ນ​ພີ​ງ​​ໃຫ້​ທັດສະນະ​ດັ່ງກ່າວ ​ໃນ​ເວລາ​ພົບ​ປະ​ທ່ານ​ດິກ ​ເອ​ເປີ​ຊົງ ຫົວໜ້າ​ພະ​ແນ​ກ​ໂອ​ລິ​ມປິກ​ຂອງ​ບໍລິສັດNBCອາ​ເມ​ລິ​ກາ​ຢູ່​ທີ່​ປັກ​ກິ່ງ.

ທ່ານ​ຊີ​ຈິ້ນ​ພີ​ງກ່າວ​ວ່າ, ປັກ​ກິ່ງ​ພວມອອກ​ແຮງ​ສຸດ​ຂີດກະກຽມ​ງານ​ກິລາ​ໂອ​ລິ​ມປິກ.

ທ່ານ​ດິກ ​ເອ​ເປີ​ຊົງ​ກ່າວ​ວ່າ, ບໍລິສັດ​NBCອາ​ເມ​ລິ​ກາ​ຈະທຳ​ຄວາມ​ພະຍາ​ຍ​າມສຸດ​ຂີດສະ​ໜັບສະ​ໜູນ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ແລະ ຄອງ​ຄອຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​​ເມັດເຕັມ​ໜ່ວຍ.