ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-24 15:29:46    
ປັກ​ກິ່ງ​ເພີ່ມ​ຂອບ​ເຂດ​ຂອງ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ທີ່​ຫ້າມ​ສູບ​ຢາ​ເພື່ອ​ຮັບ​ປະ​ກັນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ປອດ​ຢາ​ສູບ

cri
ຕາມ​ຂ່າວCRI,​ເລີ່​ມ​ແຕ່​ວັນ​ທີ1​ພຶດສະພາ​ປີ​ນີ້​ເປັນ​ຕົ້ນ​ໄປ,​ປັກ​ກິ່ງ​ຈະ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ໃໝ່​ວ່າ​ດ້ວຍ​ການ​ຫ້າມ​ສູບ​ຢາ,​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ທີ່​ຫ້າມ​ສູບ​ຢາ​ຈະ​ຂະ​ຫຍາ​ຍ​ເພີ່ມ​ຂຶ້ນ​ອີກ,​ເພື່ອ​ຮັບປະກັນ​ບັນ​ໃຫ້ລຸ​ເປົ້າ​ໝາຍ​ທີ່​ໃຫ້​ງານ​ກິລາ​ໂອ​ລິມ​ປິກ​ປອດ​ຢາສູບ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​24​ເມ​ສາ​ນີ້,​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ນະ​ຄອນ​ປັກ​ກິ່ງ​ແຈ້ງ​ໃຫ້​ຊາບ​ວ່າ,ສະຖານ​ທີ່​ສາ​ທາ​ລະ​ນະ​ທີ່​ຫ້າມ​ສູບ​ຢາ​ທີ່​ເພີ່ມ​ໃໝ່​ລວມ​ທັງ​ສະ​ໜາມ​ກິ​ລາ ສູນ​ຫັດ​ກາຍ​ແລະ​ສະ​ຖານ​ທີ່​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ທີ່​ເປີດ​ຕໍ່​ພາຍ​ນອກ​ແລະ​ອື່ນໆ.ຂໍ້​ກຳນົດ​ໃໝ່​ຍັງ​ຮຽກ​ຮ້ອງ​ໃຫ້​ຮ້ານ​ອາຫານ,ບາ​ແລະ​ຮ້ານ​ອິນ​ເຕີ​ເນັດ​ແລະ​ສວນ​ສາ​ທາ​ລະ​ນະ​ຕ້ອງ​ຈັດ​ບ່ອນ​ສູບ​ຢາ​ສະ​ເພາະ,​ໂຮງ​ແຮມ​ຕ້ອງ​ຈັດ​ຫ້ອງ​ນອນ​ທີ່​ຫ້າມ​ສູບຢາ​ຫຼື​ຊັ້ນ​ຫ້າມ​ສູບ​ຢາ,​ຢູ່​ນອກ​ເຂດ​ສູບ​ຢາ​ແມ່ນຫ້າມ​ບໍ່​ໃຫ້​ສູບຢາ.