ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-24 19:03:44    
ປັກ​ກິ່ງ​ເປີດ​ກວ້າງ​ຂອບ​ເຂດ​ສາ​ທາ​ລະ​ນະ​ຫ້າມ​ສູບ​ຢາ​ເພື່ອ​ຮັບ​ປະ​ກັນ​ໃຫ້​ງານ​ກິ​ລາ​ໂອ​ລິ​ມປິກ​ທີ່​ປອດ​ຢາ​ສູບ

cri Author: d
ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ24​ເມສາ​ນີ້,​ເຈົ້າໜ້າ​ທີ່​ສາທາລະນະ​ສຸກຂອງ​ນະຄອນຫຼວງ​ປັກ​ກິ່ງ​ກ່າວ​ວ່າ,ສະຖານ​ທີ່​ສາທາລະນະ​ທີ່​ຫ້າມ​ສູບຢາ​ແຫ່ງ​ໃໝ່​ກວມສະໜາມກິລາ ສະໜາມຫັດກາຍ​ແລະ​ຫົວໜ່ວຍວັດຖຸບູຮານ​ທີ່​ເປີດ​ຕໍ່​ສັງຄົມ.ຂໍ້​ກຳນົດ​ໃໝ່​ຍັງ​ຮຽກຮ້ອງ​ໃຫ້​ຮ້ານ​ອາຫານ ຮ້ານອິນ​ເຕີ​ເນັດ​ແລະ​ສວນສາທາ ລະນະຕ້ອງມີຫ້ອງ​ສູບຢາ​ຫຼື​​ເຂດ​ສູບຢາ,​ໂຮງ​ແຮມ​ກໍ່​ຕ້ອງ​ມີ​ຫ້ອງຫຼື​ຊັ້ນທີ່​ບໍ່​ມີ​ຄວັນ​ຢາສູບ​,ບໍລິ​ເວນ​ນອກ​ຫ້ອງ​ສູບຢາ​ຫຼື​ເຂດ​ສູບຢາ​ລ້ວນ​ແຕ່​ຫ້າມ​ສູບຢາ.

​ເຈົ້າໜ້າ​ທີ່​ຜູ່​ນີ້​ກ່າວ​ວ່າ,ຫຼັງ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ,ນະຄອນຫຼວງ​ປັກ​ກິ່ງ​ແລະ​ທົ່ວ​ປະ​ເທດຈີນ​ລ້ວນ​ແຕ່​ຈະ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ,​ເພື່ອປະຕິບັດ​ພັນທະ​ຂອງ​ຈີນ​ຫຼັງ​ຈາກ​ເຊັນ"​ສົນທິສັນຍາ​ຂອບ​ຄວບ​ຄຸມ​ໃບ​ຢາ"ມາ​ນີ້.