ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 15:51:19    
ນາ​ຍົກ​ຈີນ​ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບ

cri
ຕາມ​ຂ່າວCRI,ວັນ​ທີ25​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂຈສ ມາ​ເນ​ວ ດູລາວ​ບາ​ໂລ​ໂຊ ປະທານ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ.

ທ່ານ​ເວິ່ນ​ເຈ່ຍ​ປາວ ຊີ້​ອອກ​ວ່າ,ຜົນ​ປະ​ໂຫຍດ​ຮ່ວມ​ລະ​ຫວ່າງ​ຈີນ​ກັບ​ເອີ​ລົບ​ຫຼາຍ​ກວ່າ​ຄວາມ​ຂັດ​ແຍ່ງ​ຢ່າງ​ຫຼວງຫຼາຍ.ຂໍ​ແຕ່​ວ່າ​ຈີນ​ກັບ​ເອີ​ລົບ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ຖອດ​ຖອນ​ບົດຮຽນ​ຂອງ​ກັນ​ແລະ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກໍ່​ຍ່ອມຈະ​ມີ​ອະ​ນາ​ຄົດ​ທີ່​ກວ້າງຂວາງ​ກວ່າ​ເກົ່າ​ຢ່າງ​ແນ່​ນອນ.

ທ່ານ​ບາ​ໂລ​ໂຊ​ກ່າວ​ວ່າ,ການ​ພັດທະນາ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ເອີ​ລົບ​ກໍ​ຄື​ຕໍ່​ໂລກ.​ສະຫະພາບ​ເອີ​ລົບ​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ​ຢ່າງ​ສະໜິດ​ແໜ້ນ,ຮ່ວມ​ກັນ​ຮັບ​ມືກັບ​​ໂອກາດ​ແລະການ​ທ້າ​ທາຍ​ທີ່​ຂະ​ບວນການ​ໂລກາ​ພິວັດ​ນຳ​ມາ​ໃຫ້.

ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​​ໄດ້​ແນະນຳ​ສະຖານະ​ການ​ຕິ​ເບ​ດ​ແລະ​ ຫຼັກ​ໝັ້ນ​ຂອງ​ຈີນ.ທ່ານ​ບາ​ໂລ​ໂຊ​ກ່າວ​ວ່າ,ສະຫະ​ພາບ​ເອີ​ລົບ​ພ້ອມ​ກັບ​ປະ​ເທດ​ສະມາຊິກ​ຕ່າງໆ​ເຄົາລົບອະທິປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ,ຍອມຮັບ​ວ່າ​ໄຕ້​ຫວັນ​ແລະ​ຕິ​ເບດ​ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ຈີນ,​ການ​ປົກ​ປ້ອງ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຈີນ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະຊາ​ຄົມ​ໂລກ.ສະຫະພາບ​ເອີ​ລົບ​ຄັດ​ຄ້ານ​ການ​ຂວ້ຳ​ບາດ​ງານ​ກິລາ​ໂອ​ລິມ​ປິກ,​ແລະ​ອວຍ​ພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

ຫຼັງ​ການ​ເຈລະຈາ,ທ່ານ​ທັງ​ສອງ​ໄດ້​ຮ່ວມ​ກັນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,​ປະ​ກາດ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ລະດັບ​ສູງ​ດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫວ່າ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ.