ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 18:04:58    
ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດ​ຖະ​ບານ​ກາງ​ຈີນ​ຈະ​ຕິດ​ຕໍ່​ຫາ​ລື​ກັບ​ດາ​ໄລ​ລາ​ມະ

cri Author: d
ຕາມ​ຂ່າວສານ​ຊິນ​ຮວາ: ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ລາຍ​ງານ​ວ່າ,​ເມື່ອ​ພິຈາລະນາ​ຄວາມ​ຮຽກຮ້ອງ​ຂອງດາ​ໄລລາ​ມະ​ທີ່​ສະ​ເໜີຫຼາຍ​ເທື່ອ​ແລ້ວ​ວ່າ​ຢາກຟື້ນ​ຟູ​ການ​ເຈລະຈາ,ພາກສ່ວນ​ທີ່ກ່ຽວຂ້ອງ​ຂອງ​ລັດຖະ​ບານ​ກາງ​ຈະ​ຕິດ​ຕໍ່​ຫາ​ລືກັບຜູ່​ແທນ​ສ່ວນ​ຕົວ​ຂອງ​ດາໄລ​ລາ​ມະໃນ​ຫວ່າງ​ມໍ່ໆນີ້.

ຕາມ​ຂ່າວ​ແຈ້ງວ່າ,ລັດຖະບານ​ກາງ​ມີ​ນະ​ໂຍບາຍ​ອັນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຕໍ່​ດາ​ໄລລາ​ມະ,​ແລະ​ເປີດ​ໂອກາດ​ສຳລັບ​ການເຈລະຈາ​ກັນກັບ​ເພິ່ນ​ຕະຫຼອດມາ​​.ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ກາງ​ຈີນ​ຫວັງ​ໃຫ້ຜ່ານ​ຈາກ​ການ​ຕິດ​ຕໍ່​ຫາລື​ກັນ,ດາ​ໄລລາ​ມະ​ກໍ່ຕ້ອງ​ຢຸດ​ເຊົາ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ​ດ້ວຍ​ການ​ກະທຳ​ຕົວ​ຈິງ,ຢຸດ​​ເຊົາການວາງ​ແຜນ​ແລະ​ກໍ່​ການ​ເຄື່ອນ​ໄຫວ​​ໃຊ້​ຄວາມ​ຮຸນ​ແຮງ,ຢຸດ​ເຊົາ​ການເຄື່ອນ​ໄຫວລົບ​ກວນ​ແລະ​ທຳລາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ປຶກສາ​ຫາລື​ກັນຕໍ່​ໄປ.