ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 20:15:14    
ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ,​ການ​ເພີ່ມ​ທະວີ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ເອີ​ລົບ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ແລະ​ຊຸກ​ຍູ້​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ

cri Author: d
ຕາມ​ຂ່າວCRI: ວັນ​ທີ25​ເມສາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນຕ່າງ​ໄດ້​ພົບ​ປະ​ທ່ານ​ບາ​ໂຣ​ໂຊ ປະທານ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ທີ່​ມາ​ຢ້ຽມຢາມ.

ທ່ານ​ຫູ​ຈິ​ນທາວ​ກ່າວ​ວ່າ,​ ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຈີນ​ເອີ​ລົບ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ແລະ​ຊຸກຍູ້​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.ທ່ານ​ຫວັງ​ໃຫ້​ຈີນ​ເອີ​ລົບ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ການ​ປຶກສາ​ຫາລື​ທາງ​ຍຸດ​ທະ​ສາດ,ລົງ​ເລິກ​​ປະສານ​ສົມທົບ​ກັນ​ໃນວຽກ​ງານ​ຫຼາຍ​ຝ່າຍ​ແລະ​ບັນຫາທົ່ວ​ໂລກ,ຮັບປະກັນ​ໃຫ້ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ເອີ​ລົບ​ຂະຫຍາຍຕົວ​ຢ່າງຍາວ​ນານ ປອດ​ໃສ​ແລະ​ໝັ້ນທ່ຽງ.

ທ່ານ​ບາ​ໂຣ​ໂຊ​ກ່າວ​ວ່າ,ສະຫະພາບ​ເອີ​ລົບ​ອອກ​ແຮງ​ຂະຫຍາຍ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຜ່ານ​ຈາກ​ການ​ສົນທະນາ​ກັນ​ເພື່ອ​ແກ້​ໄຂ​ຄວາມສົນ​ໃຈແລະ​ຂໍ້ຂັດ​ແຍ່ງ​ກັນ.ທ່ານ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ສະໜັບສະໜູນຄວາມ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ສະຫະພາບ​ເອີ​ລົບໂດຍ​ຕະຫຼອດ,​ແລະ​ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຈະ​ໄດ້​ຮັບ​ຜົນສຳ​ເລັດ.

ມື້​ດຽວ​ກັນ ທ່ານ​ເວີນ​ເຈ​ຍປາວ​ກໍ່​ໄດ້​ເຈລະຈາ​ກັບ​ທ່ານ​ບາ​ໂຣ​ໂຊ,ສອງ​ຝ່າຍ​ໄດ້​ແລກປ່ຽນຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ​ແລະ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ການ​ພົວພັນ​ຈີນ​ເອີ​ລົບ​ແລະ​ບັນຫາ​ສຳຄັນ​ໃນ​ທົ່ວ​ໂລກ,​ແລະ​​ມີ​ຄວາມ​ເຫັນເອກະ​ພາບ​​ຫຼາຍ​ຢ່າງ.