ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-26 18:32:26    
ຈີນ​ຕັ້ງໜ້າ​ຊຸກຍູ້ການ​ຫັນ​ປຽນ​ໝາກຜົນເຕັກນິກ​ທີ່​ມີສິດທິ​ບັດ​

cri

ຕາມ​ຂ່າວcri:ວັນ​ທີ26 ​ເມສາ​ນີ້​ແມ່ນ​ວັນ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງໂລກ,ມື້​ດຽວ​ກັນ,ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ໄດ້ຈັດ​ງານ​​ເຜີຍ​ແຜ່​ຂ່າວ​ສິດທິ​ບັດ​ຢູ່​ປັກ​ກິ່ງ,ຕັ້ງໜ້າ​ຊຸກຍູ້​ການ​ຫັນປ່ຽນ​ໝາກຜົນ​ເຕັກນິກ​ທີ່​ມີສິດທິ​ບັດ​.

ມື້​ດຽວ​ກັນ,ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງຊາດ​ຈີນ​ໄດ້​​ເຜີຍ​ແຜ່​ຂ່າວ​ສິດທິ​ບັດ​ຫຼາຍ​ລາຍຂ່າວ,ຂ່າວ​ສິດທິ​ບັດ​ເຫຼົ່າ​ນີ້​ມີ​ສ່ວນ​ເຕັກນິກອ່າວສູງ,ຈະມີ​ອະນາຄົດ​ອ່າວ​ດີ​ແລະ​ມີ​ຄຸນຄ່າ​ຖ້າ​ນຳ​ໄປ​ເຜີຍ​ແຜ່​ຢູ່ຕະຫຼາດ.ຕົວ​ແທນ​ວິ​ສາ​ຫະກິດແລະ​ນັກທຸລະກິດ​ລົງທຶນ​ຫຼາຍ​ຄົນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມກ່າວ​ວ່າ,ຍິນ​ດີແລ​ກປ່ຽນ​ກັບ​ເຈົ້າ​ຂອງ,ສິດທິ​ບັດທີ່​ປະດິດ​ສ້າງ​ນັ້ນຕື່ມ​ອີກ,ພ້ອມ​ກັນຫັນປ່ຽນ​ໝາກຜົນ​ເຕັກນິກ​ເຫຼົ່າ​ນີ້​​ໃຫ້​ເປັນ​ຜະລິດ​ຕະພັນ.

ຜູ່​ຮັບຜິດຊອບທີ່​ກ່ຽວຂ້ອງ​ຂອງ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ແນະນຳ​ຕໍນັກ​ຂ່າວ​ວ່າ,​ໃນຫຼາຍປີ​ມາ​ນີ້,ພາລະກິດ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ,​ແຕ່​ບໍ່ສະ​ໝ່ຳ​ສະ​ເໝີກັນ.​ແຕ່​ນີ້​ຕໍ່​ໄປ,ການຊ່ອຍ​ແລະຊຸກຍູ້​ວິ​ສາ​ຫະກິດບຸກ​ເບີກແລະ​ເຮັດ​ໃຫ້ເຕັກນິກ​ສິທິບັດ​ເຫຼົ່າ​ນີ້​ເກີດ​ເປັນ​ຜົນ​ຈະ​ກາຍ​ເປັນ​ຈຸດ​ສຳຄັນ​ໜຶ່ງ​ຂອງ​ວຽກ​ງານຂອງ​ກົມ​ສິດ​ຊັບສິນ​ທາງ​ປັນຍາ​ແຫ່ງ​ຊາດຈີນ.